ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ: ສືບຕໍ່ຮັກສາກຳລັງໜູນການເຕີບໂຕ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ວາງອອກຄຳຮຽກຮ້ອງຕ້ອງການຄວນສືບຕໍ່ຮັກສາກຳລັງໜູນການເຕີບໂຕບໍ່ພຽງແຕ່ໃນປີນີ້ເທົ່ານັ້ນ ຫາກຍັງໃນຊຸມປີຕໍ່ໄປ 2019 – 2020 ອີກດ້ວຍ.


ກອງປະຊຸມຂອງລັດຖະບານ

(ພາບ: Thống Nhất/TTXVN)

ຕອນບ່າຍວັນທີ 1 ສິງຫາ, ເມື່ອສະຫລຸບການປຶກສາຫາລື ກ່ຽວກັບສະພາບການເສດຖະກິດ ສັງຄົມຂອງປະເທດຊາດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ວາງອອກຄຳຮຽກຮ້ອງຕ້ອງການຄວນສືບຕໍ່ຮັກສາກຳລັງໜູນການເຕີບໂຕບໍ່ພຽງແຕ່ໃນປີນີ້ເທົ່ານັ້ນ ຫາກຍັງໃນຊຸມປີຕໍ່ໄປ 2019 – 2020 ອີກດ້ວຍ.

        ເມື່ອຕີລາຄາກ່ຽວກັບສະພາບການເສດຖະກິດ - ສັງຄົມຂອງປະເທດຊາດ, ທ່ານນາຍົກລັດຖະມົນຕີ ໄດ້ໄຈ້ແຍກ 4 ຄາດໝາຍພື້ນຖານດ້ານເສດຖະກິດມະຫາພາກຂອງປະເທດຊາດ ສືບຕໍ່ໄດ້ຮັບປະກັນນັ້ນແມ່ນ: GPD ເພີ່ມຂຶ້ນ, ຮັກສາລາຄາເປັນປົກກະຕິ, ເພີ່ມວຽກເຮັດງານທຳ,ຫລຸດຜ່ອນໄພວ່າງງານ ແລະ ສົ່ງອອກ…. 2018. ເປັນຄັ້ງທຳອິດດັດຊະນີໄພວ່າງງານລະດັບຊາດຫລຸດຜ່ອນ 2,2%. ຢັ້ງຢືນທັດສະນະສະເໝີຕົ້ນສະເໝີປາຍປະຕິບັດບັນດາຄາດໝາຍ: ເຕີບໂຕ, ຊີວິດ ແລະ ສິ່ງແວດລ້ອມ, ທ່ານນາຍົກລັດຖະມົນຕີ ໄດ້ໃສ່ໃຈວ່າໃນການພັດທະນາເສດຖະກິດຄວນເອົາໃຈໃສ່ເຖິງບັນຫາສິ່ງແວດລ້ອມ ແລະ ຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນໃຫ້ດີກ່ວາອີກ, ເຊິ່ງລວມມີ:ຄວາມເປັນລະບຽບຮຽບຮ້ອຍ, ຄວາມໝັ້ນຄົງທາງສັງຄົມ, ນ້ຳຖ້ວມ…

        ຄວາມວິຕົກວັງວົນຕໍ່ໜ້າສະພາບຕົວຈິງທີ່ຫຼາຍທ້ອງຖິ່ນຍັງປະຕິບັດວຽກງານຫັນລັດວິສາຫະກິດເປັນຫຸ້ນສ່ວນຢ່າງຊັກຊ້ານັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳຕ້ອງຄວນເຮັດກະຈ່າງແຈ້ງບັນດາທ້ອງຖິ່ນນີ້ ແລະ ຮຽກຮ້ອງໃຫ້ໜ່ວຍປະຕິບັດງານຂອງນາຍົກລັດຖະມົນຕີເຮັດວຽກໂດຍກົງກັບບັນດາທ້ອງຖິ່ນນີ້ເພື່ອກະຕຸກຊຸກຍູ້, ກວດກາ.

        ກ່ຽວກັບໜ້າທີ່ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ທ່ານນາຍົກລັດຖະມົນຕີ ໄດ້ມອບໃຫ້ບັນດາກະຊວງ, ຂະແໜງການ, ວັນທີ 15 ສິງຫາ ນີ້ຕ້ອງປະຕິບັດສຳເລັດຮ່າງມະຕິປັບປຸງ, ເພີ່ມເຕີມເງື່ອນໄຂດຳເນີນທຸລະກິດ, ປະຕິບັດການກວດກາຄືນ, ສະເໜີຫລຸດຜ່ອນ 50% ບັນຊີລາຍຊື່ສິນຄ້າຕ້ອງກວດກາສະເພາະຂະແໜງ, ສ້າງເງື່ອນໄຂສະດວກກ່ວາໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ.

(ແຫຼ່ງຄັດຈາກ VOV)



top