ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢື້ຢາມຖາມຂ່າວ, ກວດກາວຽກງານກຽມພ້ອມສູ່ຮົບຂອງກຳລັງປະກອບອາວຸດ ດັກນົງ

      ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງເລື່ອງກໍ່ສ້າງ ແລະ ຈັດຕັ້ງປະຕິບັດແຜນການຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນ, ປົກປັກຮັກສາບຸນປີໃໝ່ປະຈຳຊາດ ແລະ ຈັດຕັ້ງການຕ້ອນຮັບບຸນເຕັດຂອງກົມກອງ. 

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢື້ຢາມຖາມຂ່າວ, ກວດກາວຽກງານກຽມພ້ອມສູ່ຮົບຂອງກຳລັງປະກອບອາວຸດ ດັກນົງ
      ເນື່ອງໃນໂອກາດໄປຢື້ຢາມຖາມຂ່າວ, ອວຍພອນປີໃໝ່ອົງຄະນະພັກ, ອຳນາດການ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍແຂວງ ດັກນົງ ໃນວັນທີ 9 ກຸມພາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປຢື້ຢາມຖາມຂ່າວ, ລະດົມກຳລັງໃຈ ແລະ ກວດກາວຽກງານກຽມພ້ອມສູ້ຮົບຢູ່ກອງບັນຊາການທະຫານຊາຍແດນ ແຂວງ ດັກນົງ ແລະ ຕຳຫຼວດ ແຂວງ ດັກນົງ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງເລື່ອງກໍ່ສ້າງ ແລະ ຈັດຕັ້ງປະຕິບັດແຜນການຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນ, ປົກປັກຮັກສາບຸນປີໃໝ່ປະຈຳຊາດ ແລະ ຈັດຕັ້ງການຕ້ອນຮັບບຸນເຕັດຂອງກົມກອງ.
        ທ່ານນາຍົກລັດຖະມົນຕີ ກໍ່ສະເໜີທະຫານປ້ອງກັນຊາຍແດນ ດັກນົງ ປະຕິບັດວຽກງານສ້າງກຳລັງເປັນຢ່າງດີ, ກໍ່ສ້າງກົມກອງບໍ່ພຽງແຕ່ໃຫ້ມີຄວາມເຂັ້ມແຂງກ່ຽວກັບດ້ານວິຊາສະເພາະເທົ່ານັ້ນ ຫາກຍັງມີຄວາມສາມາດເກັ່ງກ້າດ້ານວັດທະນະທຳ, ຈິດໃຈ, ຕິດພັນກັບປະຊາຊົນອີກດ້ວຍ.
        ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽນຊວນຟຸກ ໄດ້ໂອ້ລົມ, ລະດົມກຳລັງໃຈ, ກວດກາວຽກງານກຽມພ້ອມສູ້ຮົບຂອງຕຳຫຼວດແຂວງ ດັກນົງ - ກົມກອງຫຼັກແຫຼ່ງປະຕິບັດໜ້າທີ່ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ປອດໄພສັງຄົມໃນບໍລິເວນແຂວງ. ທ່ານນາຍົກລັດຖະມົນຕີ ໄດ້ຊົມເຊີຍ ແລະ ຮັບຮູ້ຄວາມມານະພະຍາຍາມຂອງພະນັກງານ, ນັກຮົບຕຳຫຼວດ ດັກນົງ ໄດ້ຕິດພັນກັບບໍລິເວນທັງວັນ ແລະ ຄືນ, ຕິດພັນຮາກຖານເພື່ອກຳແໜ້ນສະພາບການ, ຈາກນັ້ນມີບັນດາມາດຕະການແກ້ໄຂທັນການ, ເໝາະສົມ, ປະຕິບັດສຳເລັດໜ້າທີ່ໄດ້ຮັບມອບໝາຍເປັນຢ່າງດີ.
 (ແຫຼ່ງຄັດຈາກ VOV)

top