ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາຢາກໃຫ້ Samsung ເປີດກ້ວາງການຜະລິດຢູ່ ຫວຽດນາມ

      ຕອນເຊົ້າວັນທີ 11 ມັງກອນ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Shim Won Hwan, ປະທານທັງເປັນຜູ້ອຳນວຍການໃຫຍ່ບໍລິສັດເອເລັກໂຕນິກ Samsung, .ເກົາຫຼີ. 

ທີ່ການຕ້ອນຮັບ 
      ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ ລັດຖະບານ ຫວຽດນາມ ປາດຖະໜາວ່າ ໃນປີ 2019, Samsung ຈະບັນລຸໄດ້ຕົວເລກເປັນໜ້າປະທັບໃຈກ່ວາອີກ ໃນການເຄື່ອນໄຫວດຳເນີນທຸລະກິດຢູ່ ຫວຽດນາມ. ລັດຖະບານ ຫວຽດນາມ ໃຫ້ຄຳໝັ້ນສັນຍາຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ. ລັດຖະບານ ຫວຽດນາມ ກໍ່ມີຄວາມປະທັບໃຈຕໍ່ຄຳໝັ້ນສັນຍາຂອງ Samsung ວ່າ ຍາມໃດກໍ່ຮັກສາຖານະເປັນນັກລົງທຶນຕ່າງປະເທດໃຫຍ່ສຸດຢູ່ ຫວຽດນາມ, ດັ່ງນັ້ນ, ທ່ານນາຍົກລັດຖະມົນຕີປາດຖະໜາວ່າ Samsung ຈະສືບຕໍ່ເປີດກ້ວາງບັນດາຮາກຖານການຜະລິດຢູ່ ຫວຽດນາມ ຕື່ມອີກ.
        ສ່ວນທ່ານ Shim Won Hwan ຢືນຢັນວ່າ Samsung ຍາມໃດກໍ່ຖື ຫວຽດນາມ ແມ່ນປະເທດລົງທຶນຍຸດທະສາດສຳຄັນໃນຍຸດທະສາດທົ່ວໂລກຂອງກຸ່ມບໍລິສັດ. ດັ່ງນັ້ນ, Samsung ໃຫ້ຄຳໝັ້ນສັນຍາຈະເປີດກ້ວາງການລົງທຶນ ແລະ ທຳມາຫາກິນຍາວນານຢູ່ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

top