ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບເອກອັກຄະລັດຖະທູດ ສ. ເກົາຫຼີ ເຂົ້າຢ້ຽມອຳລາ

ຕີລາຄາສູງໃນອາຍຸການປະຕິບັດງານຂອງທ່ານເອກອັກຄະລັດຖະທູດ Lee Hyuk ຢູ່ ຫວຽດນາມ ດ້ວຍຫຼາຍຜົນງານແຫ່ງການຮ່ວມມືລະຫວ່າງ 2 ປະເທດ ທັງດ້ານການເມືອງ, ການທູດ, ເສດຖະກິດ, ການຄ້າ ແລະ ການລົງທຶນ

ທ່ານ Lee Hyuk, ເອກອັກຄະລັດຖະທູດ ສ. ເກົາຫຼີ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

ຕອນບ່າຍວັນທີ 11 ເມສາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານ Lee Hyuk, ເອກອັກຄະລັດຖະທູດ ສ. ເກົາຫຼີ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການທາງການທູດຢູ່ ຫວຽດນາມ. ຕີລາຄາສູງໃນອາຍຸການປະຕິບັດງານຂອງທ່ານເອກອັກຄະລັດຖະທູດ Lee Hyuk ຢູ່ ຫວຽດນາມ ດ້ວຍຫຼາຍຜົນງານແຫ່ງການຮ່ວມມືລະຫວ່າງ 2 ປະເທດ ທັງດ້ານການເມືອງ, ການທູດ, ເສດຖະກິດ, ການຄ້າ ແລະ ການລົງທຶນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຫວັງວ່າ ທ່ານ Lee Hyuk ຈະສືບຕໍ່ມີບັນດາການປະກອບສ່ວນເຂົ້າໃນການພົວພັນ ຫວຽດນາມ -  ສ. ເກົາຫຼີ ແລະ ການພົວພັນ ອາຊຽນ - ສ. ເກົາຫຼີ.

        ແລະ ເນັ້ນໜັກວ່າ, ຫວຽດນາມ ພ້ອມແລ້ວທີ່ຈະສ້າງເງື່ອນໄຂໃຫ້ບັນດາວິສາຫະກິດ ສ. ເກົາຫຼີ ລົງທຶນເຂົ້າ ຫວຽດນາມ ກ່ວາອີກ, ທ່ານນາຍົກລັດຖະມົນຕີ ສະເໜີເພີ່ມທະວີການພົບປະແລກປ່ຽນວັດທະນະທຳ ແລະ ການສິດສອນພາສາ ເກົາຫຼີ ຢູ່ ຫວຽດນາມ ແລະ ພາສາ ຫວຽດ ຢູ່ ສ. ເກົາຫຼີ; ສ້າງເງື່ອນໄຂສະດວກໃຫ້ແກ່ການຫັນລະບຽບການອອກວີຊາ ໃຫ້ພົນລະເມືອງ ຫວຽດນາມ ເປັນງ່າຍດາຍ ກໍ່ຄືປົກປັກຮັກສາສິດຜົນປະໂຫຍດອັນຊອບທຳຂອງພົນລະເມືອງ ຫວຽດນາມ ຢູ່ ສ. ເກົາຫຼີ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ, ຫວຽດນາມ ຊົມເຊີຍ ແລະ ສະໜັບສະໜູນບັນດາມາດຕະການກ່ຽວຂ້ອງເຖິງສະພາບການໃນແຫຼມ ເກົາຫຼີ ເພື່ອແນໃສ່ຊຸກຍູ້ການເຈລະຈາ, ຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ຢູ່ໃນໂລກ.

(ແຫຼ່ງຄັດຈາກ VOV)



top