ຫວຽດນາມ ພວມສືບຕໍ່ສົມທົບກັບ ກູບາ ໃນການໜູນຊ່ວຍກ່ຽວກັບທັນຍາຫານ, ຊຸກຍູ້ການຮ່ວມມື 2 ຝ່າຍໃນຫຼາຍຂົງເຂດ. ພ້ອມກັບຄວາມປາດຖະໜາ 2 ປະເທດຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດນັບມື້ນັບແທດຈິງ ແລະ ມີປະສິດທິຜົນ
ທ່ານນາງ Lianys Torres Rivera ແລະ ທ່ານ ຫງວຽນຊວນຟຸກ
ຕອນບ່າຍວັນທີ 26 ທັນວາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານນາງ Lianys Torres Rivera, ເອກອັກຄະລັດຖະທູດ ກູບາ ປະຈຳ ຫວຽດນາມ ເນື່ອງໃນໂອກາດຮັບໜ້າທີ່ການທູດຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ: ຫວຽດນາມ ພວມສືບຕໍ່ສົມທົບກັບ ກູບາ ໃນການໜູນຊ່ວຍກ່ຽວກັບທັນຍາຫານ, ຊຸກຍູ້ການຮ່ວມມື 2 ຝ່າຍໃນຫຼາຍຂົງເຂດ. ພ້ອມກັບຄວາມປາດຖະໜາ 2 ປະເທດຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດນັບມື້ນັບແທດຈິງ ແລະ ມີປະສິດທິຜົນ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ຫວຽດນາມ ພວມເພີ່ມທະວີການເຄື່ອນໄຫວລົງທຶນເຂົ້າ ກູບາ.
ສ່ວນທ່ານນາງ Lianys Torres Rivera, ເອກອັກຄະລັດຖະທູດ ກູບາ ຖືວ່າ: ກູບາ ກໍ່ມີຫຼາຍຄວາມສາມາດບົ່ມຊ້ອນຮ່ວມມືເສດຖະກິດ ແລະ ປາດຖະໜາຢາກຮ່ວມມືກັບ ຫວຽດນາມ ເພື່ອຊຸກຍູ້ການພົວພັນ 2 ຝ່າຍ.
ແລະກໍ່ໃນຕອນບ່າຍວັນດຽວກັນ, ທີ່ສຳນັກງານສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຕ້ອນຮັບທ່ານນາງ Lianys Torres Rivera, ເອກອັກຄະລັດຖະທູດ ກູບາ ປະຈຳ ຫວຽດນາມ.
(ແຫຼ່ງຄັດຈາກ VOV)