ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ ການຢ້ຽມຢາມຄັ້ງນີ້ຂອງທ່ານລັດຖະມົນຕີ Motegi ມີຄວາມໝາຍສຳຄັນ, ປະກອບສ່ວນເຂົ້າໃນການສົ່ງເສີມການຄ້າ 2 ຝ່າຍ ຫວຽດນາມ - ຍີ່ປຸ່ນ ...
ທ່ານ Toshimitsu Motegi ແລະ ທ່ານ ຫງວຽນຊວນຟຸກ
ຕອນບ່າຍວັນທີ 26 ທັນວາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານ Toshimitsu Motegi, ລັດຖະມົນຕີກະຊວງສ້າງເສດຖະກິດ ຍີ່ປຸ່ນ ຄືນໃໝ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ ການຢ້ຽມຢາມຄັ້ງນີ້ຂອງທ່ານລັດຖະມົນຕີ Motegi ມີຄວາມໝາຍສຳຄັນ, ປະກອບສ່ວນເຂົ້າໃນການສົ່ງເສີມການຄ້າ 2 ຝ່າຍ ຫວຽດນາມ - ຍີ່ປຸ່ນ ແລະ ປະກອບສ່ວນຊຸກຍູ້ການພົວພັນແລກປ່ຽນການຄ້າພາກພື້ນ ອາຊີ - ປາຊີຟິກ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງໝາກຜົນການເຮັດວຽກລະຫວ່າງທ່ານລັດຖະມົນຕີ Toshimitsu Motegi ແລະ ທ່ານລັດຖະມົນຕີອຸດສາຫະກຳ ການຄ້າ ເຈີ່ນແອງຕ໋ວນ ໃນຊຸມວັນຜ່ານມາ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີວ່າ ຫວຽດນາມ ແລະ ຍີ່ປຸ່ນ ຄວນແມ່ນບັນດາປະເທດນຳໜ້າໃນການຊຸກຍູ້, ມຸ່ງໄປເຖິງການລົງນາມ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ຄວາມກ້າວໜ້າ (CTPPP) ຍ້ອນວ່າ ຫວຽດນາມ ແລະ ຍີ່ປຸ່ນ ແມ່ນ 2 ປະເທດ ມີການພົວພັນຄູ່ຮ່ວມມືຍຸດທະສາດ. ນີ້ແມ່ນເງື່ອນໄຂສະດວກເພື່ອຊຸກຍູ້ການຮ່ວມມືລະຫວ່າງ ບັນດາປະເທດເຂົ້າຮ່ວມການລົງນາມ CTPPP, ປະກອບສ່ວນເຂົ້າໃນການພັດທະນາຢ່າງແຮງຂອງການຄ້າທົ່ວໂລກ.
(ແຫຼ່ງຄັດຈາກ VOV)