ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບ ປະທານສະມາຄົມມິດຕະພາບ ອົດສະຕາລີ - ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບ ທ່ານ Kim Sampson, ປະທານສະມາຄົມ ມິດຕະພາບອົດສະຕາລີ - ຫວຽດນາມ ແລະ ບັນດາສະມາຊິກ.

ທ່ານ Kim Sampson, ປະທານສະມາຄົມ ມິດຕະພາບອົດສະຕາລີ - ຫວຽດນາມ
ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດການຢ້ຽມຢາມອົດສະຕາລີຢ່າງເປັນທາງການ, ຕອນບ່າຍວັນທີ 15 ມີນາ, ຢູ່ນະຄອນຫຼວງ Camberra , ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບ ທ່ານ Kim Sampson, ປະທານສະມາຄົມ ມິດຕະພາບອົດສະຕາລີ - ຫວຽດນາມ ແລະ ບັນດາສະມາຊິກ. ກ່າວຄໍາເຫັນທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະແດງຄວາມປິຕິຊົມຊື່ນທີ່ໄດ້ພົບປະກັບສະມາຄົມມິດຕະພາບ ອົດສະຕາລີ - ຫວຽດນາມ, ເຊິ່ງເປັນອົງການກໍາເນີດຈາກ ຂະບວນການຕ້ານສົງຄາມຢູ່ຫວຽດນາມ ໃນທົດສະວັດ 1960 ແລະ 1970. ທ່ານນາຍົກລັດຖະມົນຕີຕີລາສູງຕໍ່ບັນດາຄວາມມານະພະຍາຍາມ ແລະ ຜົນງານໃນການເຄື່ອນໄຫວຂອງສະມາຄົມ ແນໃສ່ການຊຸກຍູ້ການພົວພັນທີ່ດີງາມ ແລະ ນໍ້າໃຈມິດຕະພາບ, ຄວາມເຂົ້າໃຈລະຫວ່າງປະຊາຊົນອົດສະຕາລີ ແລະ ປະຊາຊົນຫວຽດນາມ.  ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ ສະມາຄົມມິດຕະພາບອົດສະຕາລີ - ຫວຽດນາມ ຍູ້ແຮງບັນດາການເຄື່ອນໄຫວສົ່ງເສີມບັນດາລາຍການ, ໂຄງການຮ່ວມມື ຄື ດ້ານເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທໍາ, ກິລາ, ສາທາລະນະສຸກ, ການສຶກສາ, ການພົບປະແລກປ່ຽນປະຊາຊົນລະຫວ່າງຫວຽດນາມ ແລະ ອົດສະຕາລີໃຫ້ຫຼາຍກວ່າອີກ ເພື່ອໃຫ້ສົມກັບ ການພົວພັນສອງປະເທດຢູ່ໃນລະດັບຄວາມສູງໃໝ່.

        ສະແດງຄວາມເປັນກຽດ ໄດ້ຮັບທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊວນຟຸກ ຢ້ຽມຢາມອົດສະຕາລີຢ່າງເປັນທາງການ ແລະ ສະຫຼະເວລາຕ້ອນຮັບສະມາຄົມມິດຕະພາບອົດສະຕາລີ - ຫວຽດນາມ ທ່ານ Kim Sampson ໃຫ້ຮູ້ວ່າ ປະຫວັດສາດ ແລະ ວິວັດການສ້າງຕັ້ງສະມາຄົມ ແມ່ນເປັນໜ້າເອກອ້າງທະນົງໃຈທີ່ສຸດ, ຈາກຂະບວນການຕ້ານສົງຄາມຢູ່ຫວຽດນາມ. ບັນດາສະມາຊິກຂອງສະມາຄົມໄດ້ປະຕິບັດງານໃນຫຼາຍຂົງເຂດແຕກຕ່າງກັນ ຄື ວິທະຍາສາດ, ວັດທະນະທໍາ ໄດ້ ແລະ ພວມຕັ້ງໜ້າປະກອບກໍາລັ“ເຫື່ອແຮງເຂົ້າການເຄື່ອນໄຫວຂອງສະມາຄົມທີ່ສຸດ ເພື່ອແນໃສ່ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ ແລະ ປະສິດທິຜົນໃນການຮ່ວມມືລະຫວ່າງສອງຊາດ, ສອງປະເທດໃຫ້ຫຼາຍກວ່າອີກ.

(ແຫຼ່ງຄັດຈາກ VOV)



top