ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕອບຄຳຊັກຖາມ

      ກ່ອນທີ່ຕອບຄຳຊັກຖາມ, ທ່ານນາຍົກລັດຖະມົນຕີ ໄດ້ແນະນຳບາງເນື້ອໃນກ່ຽວກັບບັນດາບັນຫາເຊິ່ງ ສສຊ  ແລະ ຜູ້ມີສິດເລືອກຕັ້ງສົນໃຈ. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕອບຄຳຊັກຖາມ
      ໂດຍສືບຕໍ່ໂຄງການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຊຸດທີ 14, ຕອນບ່າຍວັນທີ 18 ພະຈິກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນເຮັດແຈ້ງຕື່ມ ແລະ ສືບຕໍ່ຕອບຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ (ສສຊ) ກ່ຽວກັບບັນດາບັນຫາກ່ຽວຂ້ອງເຖິງຄວາມຮັບຜິດຊອບຂອງລັດຖະບານ ໃນບັນດາວາລະຊັກຖາມ ຈັດຕັ້ງໃນວັນທີ 16 – 18 ພະຈິກ.
        ກ່ອນທີ່ຕອບຄຳຊັກຖາມ, ທ່ານນາຍົກລັດຖະມົນຕີ ໄດ້ແນະນຳບາງເນື້ອໃນກ່ຽວກັບບັນດາບັນຫາເຊິ່ງ ສສຊ  ແລະ ຜູ້ມີສິດເລືອກຕັ້ງສົນໃຈ. ເມື່ອເຕື້ອງເຖິງສະພາບການເສດຖະກິດ - ສັງຄົມ, ນັບແຕ່ວາລະໄຂກອງປະຊຸມມາຮອດປະຈຸບັນ: ບັນດາຂະແໜງການ, ຂົງເຂດຕົ້ນຕໍ່ຂອງພື້ນຖານເສດຖະກິດລ້ວນແຕ່ຫັນປ່ຽນຕາມທິດຕັ້ງໜ້າກ່ວາ, ສືບຕໍ່ຢັ້ງຢືນໝາກຜົນບັນລຸໄດ້ຢ່າງຮອບດ້ານ.
        ກ່ຽວກັບການປະຕິຮູບການບໍລິຫານ, ເພີ່ມທະວີລະບຽບວິໄນ, ກົດລະບຽບ ຂໍ້ບັງຄັບ: ລັດຖະບານໄດ້ຊີ້ນຳການປະຕິຮູບລະບຽບການບໍລິຫານຢ່າງເດັດຂາດ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ຍົກສູງກຳລັງແກ່ງແຍ້ງຢ່າງເດັດຂາດ, ແກ້ໄຂບັນດາຂໍ້ສະເໜີແນະຂອງປະຊາຊົນ, ວິສາຫະກິດຢ່າງທັນການ.
        ປະຕິບັດການສ້າງກົງຈັກລັດໃຫ້ກະທັດລັດ ແລະ ສ້າງໂຄງປະກອບຖັນແຖວພະນັກງານ, ລັດຖະກອນຕາມເນື້ອໃນຈິດໃຈມະຕິຂອງກົມການເມືອງ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ແຕ່ປີ 2015 ມາຮອດປະຈຸບັນ, ໄດ້ຫລຸດຜ່ອນພະນັກງານ 30.000 ຄົນ. ສຸມໃສ່ປັບປຸງ ລະບຽບວິໄນ, ກົດລະບຽບຂໍ້ບັງຄັບຍູ້ແຮງການປ້ອງກັນ, ຕ້ານໄພຫຍໍ້ທໍ້, ການສໍ້ລາດບັງຫຼວງ, ການຟຸມເຟືອຍ…
        ສຳລັບວຽກງານຫລຸດຜ່ອນຄວາມທຸກຍາກເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ໄລຍະຈະມາເຖິງ, ລັດຖະບານຊີ້ນຳສືບຕໍ່ກວດກາ, ປັບປຸງ ແລະ ສຸມໃສ່ປະຕິບັດບັນດາກົນໄກ, ນະໂຍບາຍຫລຸດຜ່ອນຄວາມທຸກຍາກ, ພັດທະນາເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍຢ່າງຄົບຊຸດ; ກ່ອນອື່ນໝົດ, ໃຫ້ບຸລິມະສິດຈັດແບ່ງແຫຼ່ງກຳລັງໃຫ້ບັນດາໂຄງການ, ນະໂຍບາຍພວມປະກາດໃຊ້.
        ພິເສດ, ກ່ຽວກັບການພົວພັນຕ່າງປະເທດ ແລະ ການເຊື່ອມໂຍງສາກົນ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: ຫວຽດນາມ ໄດ້ເຊື່ອມໂຍງນັບມື້ນັບເລິກເຊິ່ງ ກ້ວາງຂວາງ ເຂົ້າພື້ນຖານເສດຖະກິດພາກພື້ນ ແລະ ທົ່ວໂລກ; ເປີດກ້ວາງ, ເຮັດໃຫ້ການພົວພັນກັບປະເທດຕ່າງໆໃຫ້ເລິກເຊິ່ງກ່ວາອີກ, ຊຸກຍູ້ພັດທະນາການພົວພັນຮ່ວມມືຮອບດ້ານໃນບັນດາຂົງເຂດ ການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ…
        ພາຍຫຼັງທີ່ຮັບຟັງບັນດາ ສສຊ ສະເໜີບັນດາບັນຫາໄດ້ຮັບຄວາມສົນໃຈຈາກ ຫາງສຽງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີການຕອບຄຳຖາມ, ໃນນັ້ນມີບັນດາບັນຫາຄື: ກໍ່ສ້າງລັດຖະບານແຫ່ງການສ້າງສາ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: ບັນດາເນື້ອໃນຂອງລັດຖະບານສ້າງສາ ກ່ອນອື່ນໝົດແມ່ນເປັນເຈົ້າການອອກແບບຮຽບຮຽງນະໂຍບາຍ ແລະ ກົດໝາຍເພື່ອນຳປະເທດພັດທະນາ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບ, ຕ້ອງເປັນເຈົ້າການ…
 (ແຫຼ່ງຄັດຈາກ VOV)

top