ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ: ຈົ່ງມາລົງທຶນ ແລະ ສ້າງຜະລິດຕະພັນ 4.0 ຢູ່ ຫວຽດນາມ

      ຮຸ່ງເຊົ້າວັນທີ 24 ມັງກອນ, ຕາມເວລາ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະເຈລະຈາກັບການນຳບັນດາກຸ່ມບໍລິສັດທົ່ວໂລກກ່ຽວກັບເສດຖະກິດ ຫວຽດນາມ ດ້ວຍຫົວຂໍ້ວ່າ ຊຸກຍູ້ຄວາມຂະຫຍັນຂັນເຄື່ອນ ແລະ ຫົວ ປະດິດຄິດສ້າງໃນຍຸກການປະຕິວັດ 4.0”
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຮຽກຮ້ອງໃຫ້ບັນດານັກລົງທຶນວ່າ “ຈົ່ງມາລົງທຶນ ແລະ ສ້າງຜະລິດຕະພັນ 4.0 ຢູ່ ຫວຽດນາມ”.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການພົບປະເຈລະຈາກັບການນຳບັນດາກຸ່ມບໍລິສັດທົ່ວໂລກກ່ຽວກັບເສດຖະກິດ
ຫວຽດນາມ (ພາບ: TTXVN)
      ເປີດສາກການພົບປະເຈລະຈາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຍົກອອກບັນຫາ ເຊິ່ງບັນດານັກລົງທຶນທີ່ມີຄວາມສົນໃຈ ນັ້ນແມ່ນ ສິ່ງໃດຊ່ວຍໃຫ້ ຫວຽດນາມ ພັດທະນາຢ່າງແຮງໃນໄລຍະຜ່ານມາ ແລະ ທ່ານໃຫ້ຮູ້ວ່າ: ນັ້ນແມ່ນຍ້ອນ ຫວຽດນາມ ມີການເມືອງສັງຄົມເປັນປົກກະຕິ, ມີຈິດໃຈປ່ຽນແປງໃໝ່ຢ່າງຂ້ຽວຂາດໃນ 30 ປີຜ່ານມາ. ຍ້ອນເຫດນັ້ນ, GDP ຈຶ່ງເພີ່ມຂຶ້ນສູງຢ່າງລຽນຕິດ, ສະເລ່ຍເກືອບ 6,7%/ປີ. ປີ 2018, ການເຕີບໂຕເສດຖະກິດບັນລຸ 7,08%. GDP ສະເລ່ຍໃສ່ຫົວຄົນບັນລຸ 2.600 USD.  ຫວຽດນາມ ມີລະບອບລະບຽບການ, ນະໂຍບາຍສ້າງເງື່ອນໄຂໃຫ້ແກ່ການພັດທະນາ, ແກ້ໄຂຄວາມຫຍຸ້ງຍາກໃນການຜະລິດ, ດຳເນີນທຸລະກິດ. ສະພາບແວດລ້ອມແຫ່ງການດຳເນີນທຸລະກິດໄດ້ຮັບການປັບປຸງຢ່າງແຮງ. ກຳລັງແຮງການແກ່ງແຍ້ງຂອງເສດຖະກິດ ຫວຽດນາມ ໄດ້ສະແດງໃຫ້ເຫັນຜ່ານຍອດວົງເງິນການຄ້າປີ 2018 ບັນລຸເກືອບ 480 ຕື້ USD, ມູນຄ່າການສົ່ງອອກເກີນດຸນ 7,4  ຕື້ USD.
        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຍົກອອກທັດສະນະ, ການປະຕິວັດອຸດສາຫະກຳຄັ້ງທີ 4 ບໍ່ພຽງແຕ່ແມ່ນກ່ຽວກັບເຕັກໂນໂລຊີເທົ່ານັ້ນ ຫາກຍັງແມ່ນການປະຕິວັດກ່ຽວກັບດ້ານນະໂຍບາຍອີກດ້ວຍ. ຫວຽດນາມ ໄດ້ເລີ່ມເຄື່ອນໄຫວລາຍການ "Make in Viet Nam 4.0". ນີ້ແມ່ນຂໍ້ລິເລີ່ມຊຸກຍູ້ບັນດາຂະແໜງອຸດສາຫະກຳ ໂດຍອີງໃສ່ນະໂຍບາຍໃໝ່, ຈິນຕະນາການຄຸ້ມຄອງແບບໃໝ່ ແລະ ບັນດາເຕັກໂນໂລຊີໃໝ່. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໃຫ້ຮູ້ວ່າ: ວັນທີ 24 ມັງກອນ, ຫວຽດນາມ ແລະ WEF ຈະລົງນາມໃນຂໍ້ຕົກລົງການຮ່ວມມືກໍ່ສ້າງສູນການປະຕິວັດອຸດສາຫະກຳ 4.0 ຢູ່ ຫວຽດນາມ ແລະ ຈະໄດ້ເຊື່ອມຕໍ່ກັບບັນດາສູນການປະຕິວັດອຸດສາຫະກຳ 4.0 ຂອງ WEF ຢູ່ ອາເມລິກາ, ອີຢູ. ປະຕິບັດການຮ່ວມມືນີ້, ຫວຽດນາມ ຈະແມ່ນໃຈກາງກ່ຽວກັບນະໂຍບາຍ 4.0 ຂອງພາກພື້ນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ ບັນດານັກລົງທຶນຈະມາ ຫວຽດນາມ ແລະ ຍາມໃດ ຫວຽດນາມ ກໍ່ຈະເປີດປະຕູຕ້ອນຮັບ.
 (ແຫຼ່ງຄັດຈາກ VOV)
 


top