ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ: ການປະຕິກິລິຍານະໂຍບາຍຂອງລັດຖະບານຕ້ອງດີກ່ວາອີກ

ດັດຊະນີການອຸປະໂພກບໍລິໂພກໃນເດືອນ ກຸມພາ ເພີ່ມຂຶ້ນ 0,73%; 2 ເດືອນຕົ້ນປີ, ການສົ່ງອອກເກີນດຸນກ່ວາ 1 ຕື້ USD

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນປະທານວາລະປະຊຸມປະຈຳເດືອນ ກຸມພາ 2018

ຕອນເຊົ້າວັນທີ 1 ມີນາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນປະທານວາລະປະຊຸມປະຈຳເດືອນ ກຸມພາ 2018.

        ເມື່ອຕີລາຄາກ່ຽວກັບເສດຖະກິດສັງຄົມເດືອນ ກຸມພາ, ທ່ານນາຍົກລັດຖະມົນຕີ ຖືວ່າ ສະພາບການເສດຖະກິດມະຫາພາກເປັນປົກກະຕິ, ສະພາບເງິນຕາ, ອັດຕາແລກປ່ຽນເງິນຕາ, ອັດຕາດອກເບ້ຍສືບຕໍ່ມີຄວາມເປັນປົກກະຕິ. ດັດຊະນີການອຸປະໂພກບໍລິໂພກໃນເດືອນ ກຸມພາ ເພີ່ມຂຶ້ນ 0,73%; 2 ເດືອນຕົ້ນປີ, ການສົ່ງອອກເກີນດຸນກ່ວາ 1 ຕື້ USD; ທຶນ FDI ບັນລຸ 1,7 ຕື້ USD; ການພັດທະນາວິສາຫະກິດບັນລຸໝາກຜົນຕັ້ງໜ້າດ້ວຍຈຳນວນວິສາຫະກິດສ້າງໃໝ່ໃນ 2 ເດືອນຕົ້ນປີແມ່ນເກືອບ 19.000 ແຫ່ງ.

        ໄປຄຽງຄູ່ກັບບັນດາໝາກຜົນຕັ້ງໜ້າທີ່ບັນລຸໄດ້, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບັນດາຂະແໜງການ, ທ້ອງຖິ່ນ ຄວນເອົາໃຈໃສ່ວ່າ ປີນີ້ຄວາມກົດດັນດ້ານໄພເງິນເຟີ້ໃນປີນີ້ຈະໃຫຍ່ຫຼວງກ່ວາ, ດັ່ງນັ້ນ, ຄາດໝາຍຄວບຄຸມໄພເງິນເຟີ້, ບຸລິມະສິດຄວບຄຸມເສດຖະກິດມະຫາພາກໄດ້ຮັບຄວາມເອົາໃຈໃສ່.

        ທ່ານນາຍົກລັດຖະມົນຕີ ກໍ່ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການສະເໜີບັນດາມາດຕະການແກ້ໄຂລົບລ້າງບັນດາຮົ້ວກີດຂວາງເພື່ອພັດທະນາ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ກ່າວວ່າ:

“ຄວນສຸມໃສ່ຜະລິດດຳເນີນທຸລະກິດ, ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດໃຫ້ດີກ່ວາອີກ. ນີ້ແມ່ນຄຳຮຽກຮ້ອງອັນໃຫຍ່ຫຼວງຂອງບັນດາຂະແໜງການທຸກຂັ້ນໃນການຊີ້ນຳ. ດ້ານອື່ນ, ໃນສະພາບການໂລກນັ້ນ, ຢູ່ພາຍໃນປະເທດຕ້ອງຄວບຄຸມເສດຖະກິດມະຫາພາກເປັນຢ່າງດີ, ບໍ່ປະໃຫ້ເກີດຂາດຄວາມສະຖຽນລະພາບ. ໄປຄຽງຄູ່ກັນນັ້ນ, ແມ່ນການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ຢ່າງແທດຈິງ, ພິເສດແມ່ນໃນບໍລິເວນຈຸດສຸມ. ໄປຄຽງຄູ່ ບັນຫາເສດຖະກິດນັ້ນ, ຕ້ອງເອົາໃຈໃສ່ເຖິງບັນຫາສັງຄົມ, ນັບທັງປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ການຫຍໍ້ທໍ້ເຊິ່ງຫາງສຽງສັງຄົມມີຄວາມສົນໃຈ.”

ໃນວາລະປະຊຸມຂອງຕອນບ່າຍວັນດຽວກັນ, ບັນດາສະມາຊິກລັດຖະບານໄດ້ປືກສາຫາລື ກ່ຽວກັບສະພາບການເສດຖະກິດ, ສັງຄົມເດືອນ ກຸມພາ 2018. 

ກ່າວຄຳເຫັນສະຫລຸບວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ນຳບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ຄວນຕິດຕາມສະພາບການໂລກ ເພື່ອມີປະຕິກິລິຍານະໂຍບາຍຢ່າງທັນການກ່ວາ; ພ້ອມກັນນັ້ນ, ໄດ້ປະຕິບັດຢ່າງເຂັ້ມງວດ ແລະ ມີແຜນການເຄື່ອນໄຫວຕາມຂໍ້ກຳນົດກົດລະບຽບ, ຊື່ສັດບໍລິສຸດ, ການກະທຳ, ມີຫົວຄິດປະດິດສ້າງ, ມີປະສິດທິຜົນ.

(ແຫຼ່ງຄັດຈາກ VOV)



top