ຂ່າວສານ

ນາຍົກລັດຖະມົນຕີ: ສຸມໃສ່ປະຕິບັດການສ້າງບັນດາຂໍ້ສະເໜີສ້າງກົດໝາຍໃຫ້ສົມບູນແບບເພື່ອຍື່ນຕໍ່ສະພາແຫ່ງຊາດ

ລັດຖະບານໄດ້ປະກອບຄຳເຫັນໃສ່ 5 ເນື້ອໃນຄື: ຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບການທົດລອງປະຕິບັດບາງກົນໄກ, ນະໂຍບາຍແກ້ໄຂຄວາມຫຍຸ້ງຍາກ, ສິ່ງກີດຂວາງໃນການລົງທຶນກໍ່ສ້າງກິດຈະກຳຄົມມະນາຄົມ
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ທີ່ການເຮັດວຽກ (ພາບ: VGP/Nhật Bắc)  

ຕອນເຊົ້າວັນທີ 27 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມຂອງລັດຖະບານ ດ້ວຍຫົວຂໍ້ກ່ຽວກັບການສ້າງກົດໝາຍເດືອນ ມີນາ 2023.

ທີ່ກອງປະຊຸມຄັ້ງນີ້, ລັດຖະບານໄດ້ປະກອບຄຳເຫັນໃສ່ 5 ເນື້ອໃນຄື: ຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບການທົດລອງປະຕິບັດບາງກົນໄກ, ນະໂຍບາຍແກ້ໄຂຄວາມຫຍຸ້ງຍາກ, ສິ່ງກີດຂວາງໃນການລົງທຶນກໍ່ສ້າງກິດຈະກຳຄົມມະນາຄົມ; ບາງນະໂຍບາຍໃໝ່ໃນຂົງເຂດຄຸ້ມຄອງການເຂົ້າ - ອອກເມືອງ, ຜ່ານແດນ, ການຢູ່ອາໄສຂອງຊາວ ຕ່າງປະເທດ ຢູ່ ຫວຽດນາມ; ຮ່າງກົດໝາຍວ່າດ້ວຍບັດປະຈຳຕົວພົນລະເມືອງ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍບັນດາອົງການສິນເຊື່ອ (ສະບັບປັບປຸງ); ສະເໜີສ້າງກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການເຂົ້າ - ອອກເມືອງ ຂອງພົນລະເມືອງ ຫວຽດນາມ ແລະ ກົດໝາຍວ່າດ້ວຍການເຂົ້າເມືອງ, ຂ້າມແດນ, ການຢູ່ອາໄສຂອງ ຊາວ ຕ່າງປະເທດຢູ່ ຫວຽດນາມ.

ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຮຽກຮ້ອງຕ້ອງສຸມໃສ່ປະຕິບັດການກໍ່ສ້າງ, ສ້າງສຳເລັດບັນດາຂໍ້ສະເໜີສ້າງກົດໝາຍເພື່ອຍື່ນຕໍ່ສະພາແຫ່ງຊາດ ພິຈາລະນາ, ຮັບຮອງເອົາໂຄງການສ້າງກົດໝາຍ, ລັດຖະດຳລັດປີ 2024, ດັດປັບປີ 2023 ເພື່ອໃຫ້ຄະນະປະຈຳສະພາແຫ່ງຊາດ, ສະພາແຫ່ງຊາດປະກອບຄຳເຫັນ ແລະ ບັນດາຮ່າງກົດໝາຍ, ຮ່າງເອກະສານຍື່ນສະເໜີຕໍ່ສະພາແຫ່ງຊາດ ພິຈາລະນາປະກອບຄຳເຫັນ, ຮັບຮອງເອົາທີ່ກອງປະຊຸມສະໄໝສາມັນຄັ້ງທີ 5.


top