ຂ່າວສານ

ນາຍົກລັດຖະມົນຕີ ສ.ອາກເມນີ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

      ວັນທີ 07 ກໍລະກົດ, ຄະນະຜູ້ແທນລັດຖະບານ ສ.ອາກເມນີ ໂດຍທ່ານນາຍົກລັດຖະມົນຕີ Nikol Pashinyan ນຳໜ້າໄດ້ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

(ພາບປະກອບ / TTXVN)
      ໃນຂອບເຂດການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ Nikol Pashinyan ໄດ້ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ; ພົບປະກັບທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ; ພົບປະກັບສະມາຄົມມິດຕະພາບ ຫວຽດນາມ - ອາກເມນີ; ພົບປະກັບບາງວິສາຫະກິດດີເດັ່ນຂອງ ຫວຽດນາມ…
        ທີ່ບັນດາການພົບປະ, 2 ຝ່າຍໄດ້ຢືນຢັນວ່າ ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ ຈະສ້າງບາດລ້ຽວກ່ຽວກັບຄຸນລັກສະນະໃນການພົວພັນ 2 ຝ່າຍ, ປະກອບສ່ວນເພີ່ມທະວີການຮ່ວມມືຫລາຍດ້ານລະຫວ່າງ ຫວຽດນາມ - ອາກເມນີ ກ່ວາອີກ, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງການນຳ ແລະ ຜົນປະໂຫຍດຂອງປະຊາຊົນ 2 ປະເທດ.
        ເນື່ອງໃນໂອກາດນີ້, ນາຍົກລັດຖະມົນຕີ 2 ທ່ານໄດ້ເປັນສັກຂີພິຍານພິທີເຊັນສັນຍາກ່ຽວກັບການຮ່ວມມືໃນຂົງເຂດການສຶກສາ ແລະ ວິທະຍາສາດລະຫວ່າງ ຫວຽດນາມ ແລະ ອາກເມນີ.
 (ແຫຼ່ງຄັດຈາກ VOV)


top