ຂ່າວສານ

ນາຍົກລັດຖະມົນຕີ ລຸກຊຳບວກ ມາຮອດຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ທ່ານນາຍົກລັດຖະມົນຕີ ລຸກຊຳບວກ ໄດ້ໄປແຂວງ ກ໋ວາງນິງ ແລະ ນະຄອນ ຫາຍຟ່ອງ ດ້ວຍບັນດາການເຄື່ອນໄຫວສະເພາະ...

ຕອນເຊົ້າວັນທີ 3 ພຶດສະພາ, ທ່ານນາຍົກລັດຖະມົນຕີ Xavier Bettel ແລະ ຄະນະຜູ້ແທນຂັ້ນສູງ ລຸກຊຳບວກ ໄດ້ມາຮອດສະໜາມບິນສາກົນ ໂນ້ຍບ່າຍ (ຮ່າໂນ້ຍ), ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 3 – 5 ພຶດສະພາ, ຕາມຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ.

  ທ່ານ Xavier Bettel, ນາຍົກລັດຖະມົນຕີ ແລະ ຄະນະຜູ້ແທນຂັ້ນສູງ ລຸກຊຳບວກ ໄດ້ມາຮອດສະໜາມບິນສາກົນ ໂນ້ຍບ່າຍ (ພາບ:TTXVN )  

ພາຍຫຼັງທີ່ເຮືອບິນລົງຈອດຢູ່ສະໜາມບິນ, ທ່ານນາຍົກລັດຖະມົນຕີ ລຸກຊຳບວກ ໄດ້ໄປແຂວງ ກ໋ວາງນິງ ແລະ ນະຄອນ ຫາຍຟ່ອງ ດ້ວຍບັນດາການເຄື່ອນໄຫວສະເພາະ. ວັນທີ 4 ພຶດສະພາ, ທ່ານນາຍົກລັດຖະມົນຕີ ລຸກຊຳບວກ Xavier Bettel ຈະເຂົ້າຮ່ວມພິທີຕ້ອນຮັບເປັນທາງການພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ.

 ນີ້ແມ່ນການຢ້ຽມຢາມຕ່າງປະເທດທຳອິດນອກຈາກ ທະວີີບ ເອີລົບ ຂອງນາຍົກລັດຖະມົນຕີ ລຸກຊຳບວກ ໃນປີນີ້, ພ້ອມທັງກໍ່ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງ ນາຍົກລັດຖະມົນຕີ ລຸກຊຳບວກ ໃນກ່ວາ 20 ປີຜ່ານມາ ແລະ ແມ່ນການເຄື່ອນໄຫວພົວພັນຕ່າງປະເທດຂັ້ນສູງທຳອິດ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລຸກຊຳບວກ (1973 – 2023).

        ພາຍຫຼັງການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຖິງ ລຸກຊຳບວກ ໃນເດືອນ ທັນວາ ປີ 2022, ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຄັ້ງນີ້ຂອງ ທ່ານນາຍົກລັດຖະມົນຕີ ລຸກຊຳບວກ Xavier Bettel  ແມ່ນໂອກາດເພື່ອໃຫ້ສອງຝ່າຍຢັ້ງຢືນການຖືເປັນສຳຄັນເຊິ່ງກັນ ແລະ ກັນ ແລະ ຄວາມຕັດສິນໃຈພ້ອມກັນນຳການພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ຫວຽດນາມ - ລຸກຊຳບວກ ຂຶ້ນສູ່ລະດັບສູງໃໝ່, ນັບມື້ນັບກ້າວເຂົ້າສູ່ລວງເລິກ, ມີປະສິດທິຜົນ. ຕິດຕາມນາຍົກລັດຖະມົນຕີ ລຸກຊຳບວກ ຢ້ຽມຢາມ ຫວຽດນາມ ຄັ້ງນີ້ແມ່ນວິສາຫະກິດແຖວໜ້າ 30 ແຫ່ງ ໃນຂົງເຂດຄື: ການເງິນ, ທະນາຄານ, logistics, ຫັນປ່ຽນພະລັງງານ... ເພື່ອຊອກຫາກາລະໂອກາດຮ່ວມມືລົງທຶນ, ດຳເນີນທຸລະກິດໃນໄລຍະຈະມາເຖິງ.

 


top