ຂ່າວສານ

ນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ເລີ່ມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

      ຄະນະຜູ້ແທນຂັ້ນສູງ ລັດຖະບານ ລາວ ໂດຍທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ນຳໜ້າ ໄດ້ເດີນທາງມາຮອດ ຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 8 – 10/01/2022 ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ.
ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ (ພາບ: khmertimeskh.com)
      ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ຂອງທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ແມ່ນການຢ້ຽມຢາມທໍາອິດຂອງການນຳຂັ້ນສູງຕ່າງປະເທດມາ ຫວຽດນາມ ໃນປີ 2022. ການຢ້ຽມຢາມຄັ້ງນີ້ ກໍສະແດງໃຫ້ເຫັນຄວາມຕັດສິນໃຈຂອງການນໍາຂັ້ນສູງສອງປະເທດໃນການຊຸກຍູ້ສາຍພົວພັນແບບພິເສດ ລະຫວ່າງ ຫວຽດນາມ - ລາວ ໃຫ້ເຂົ້າສູ່ລວງເລິກ, ແທດຈິງ ແລະ ຜັນຂະຫຍາຍ ຖະແຫຼງການຮ່ວມ ຫວຽດນາມ - ລາວ ເມື່ອເດືອນມິຖຸນາ 2021 ຢ່າງມີປະສິດທິຜົນ. ພ້ອມດຽວກັນນັ້ນ, ນີ້ກໍແມ່ນເຫດການທຳອິດທີ່ມີຄວາມໝາຍໃນຂອບເຂດການເຄື່ອນໄຫວຂອງປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ.
(ແຫຼ່ງຄັດຈາກ VOV)

top