ຂ່າວສານ

ນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ຈະເດີນທາງມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 8 ຫາວັນທີ 10 ມັງກອນ

      ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ຈະນຳໜ້າຄະນະຜູ້ແທນຂັ້ນສູງ ລັດຖະບານ ລາວ ມາ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 8 – 10 ມັງກອນ 2022, ເປັນປະທານຮ່ວມກອງປະຊຸມຮ່ວມມືທະວີພາຄີຄັ້ງທີ 44 ລະຫວ່າງລັດຖະບານ ຫວຽດນາມ ແລະ ລັດຖະບານ ລາວ.
ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ (ພາບ: khmertimeskh.com) 
      ວັນທີ 5 ມັງກອນ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ອອກແຈ້ງການໃຫ້ຮູ້ວ່າ ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ຈະນຳໜ້າຄະນະຜູ້ແທນຂັ້ນສູງ ລັດຖະບານ ລາວ ມາ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 8 – 10 ມັງກອນ 2022, ເປັນປະທານຮ່ວມກອງປະຊຸມຮ່ວມມືທະວີພາຄີຄັ້ງທີ 44 ລະຫວ່າງລັດຖະບານ ຫວຽດນາມ ແລະ ລັດຖະບານ ລາວ ແລະ ປຸກລະດົມປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022. ການຢ້ຽມຢາມຄັ້ງນີ້ ໄດ້ປະຕິບັດຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ.
(ແຫຼ່ງຄັດຈາກ VOV)


top