ຂ່າວສານ

ນາຍົກລັດຖະມົນຕີ ຟ້າມມີງຈິ໋ງ ໄດ້ໄປຮອດ ສປປ ລາວ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດຄະນະກໍາມາທິການແມ່ນໍ້າຂອງ ສາກົນຄັ້ງທີ 4

ຕາມຜູ້ສື່ຂ່າວຈາກ ສຳນັກຂ່າວສານ ຫວຽດນາມ, ໃນເວລາ 18 ໂມງ 25 ນາທີ ຂອງວັນທີ 4 ເມສາ, ເຄື່ອງບິນພິເສດ ຂອງທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໋ງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງລັດຖະບານ ຫວຽດນາມ ໄດ້ເດີນທາງເຖິງສະໜາມບິນສາກົນ ວັດໄຕ, ນະຄອນຫຼວງ ວຽງຈັນ ແຫ່ງປະເທດ ສປປ ລາວ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ ຄະນະກໍາມາທິການແມ່ນໍ້າຂອງ ສາກົນຄັ້ງທີ 4 ຕາມຄຳເຊີນຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

ທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໋ງ ໄດ້ໄປຮອດນະຄອນຫຼວງວຽງຈັນ ແຫ່ງ ສປປ ລາວ, ເພືເລີ່ມຕົ້ນ ກອງປະຊຸມສຸດຍອດ ຄະນະກໍາມາທິການແມ່ນໍ້າຂອງສາກົນ ຄັ້ງທີ 4. ພາບ: ເຢືອງຢາງ/TTXVN

ທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໋ງ ເຂົ້າຮ່ວມກອງປະຊຸມສຸດຍອດ ຄະນະກໍາມາທິການແມ່ນໍ້າຂອງ ສາກົນຄັ້ງທີ 4 ຢູ່ນະຄອນຫຼວງວຽງຈັນ ແຫ່ງ ສປປ ລາວ. ພາບ: ເຢືອງຢາງ/TTXVN

ນອກຈາກ​ການ​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ປາ​ໄສ​ທີ່​ສຳຄັນ​ທີ່​ກອງ​ປະຊຸມ​ຄົບ​ຄະນະ​, ​ໃນ​ໄລຍະ​ເດີນທາງ​ໄປ​ປະຕິບັດງານເພື່ອ ເຂົ້າຮ່ວມກອງປະຊຸມສຸດຍອດ ຄະນະກໍາມາທິການແມ່ນໍ້າຂອງ ສາກົນຄັ້ງທີ 4, ທ່ານນາຍົກລັດຖະມົນຕີ ຟ້າມມີງຈິິ໋ງ ຈະ​ມີ​ການ​ພົບ​ປະ​ສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍ​ ກັບ​ບັນດາ​ສະມາຊິກ​ ຄະນະ​ກຳມາທິການ​ແມ່​ນ້ຳຂອງ.

top