ຂ່າວສານ

ນາຍົກລັດຖະມົນຕີ ຟ້າມມິນຈີງ ເປັນປະທານກອງປະຊຸມທົ່ວປະເທດກ່ຽວກັບການທ່ອງທ່ຽວປີ 2023

ທ່ານນາຍົກລັດຖະມົນຕີໄດ້ຍົກອອກຂໍ້ສະເໜີເພື່ອໃຫ້ຂະແໜງທ່ອງທ່ຽວສຸມໃສ່ໄຈ້ແຍກ, ຕີລາຄາ, ວາງອອກມາດຕະການ, ຄື: ເຮັດແນວໃດນຳໃຊ້ທ່າແຮງແກ່ງແຍ້ງຂອງແຕ່ລະທ້ອງຖິ່ນ, ແຕ່ລະເຂດ
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)  

ຕອນເຊົ້າວັນທີ 15 ມີນາ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ ເປັນປະທານກອງປະຊຸມທົ່ວປະເທດກ່ຽວກັບການທ່ອງທ່ຽວປີ 2023 ດ້ວຍຫົວຂໍ້ “ຍູ້ແຮງການຟື້ນຟູ - ເພີ່ມລະດັບການພັດທະນາ”.

ໃນບົດລາຍງານທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຫງວຽນວັນຮຸ່ງ ໃຫ້ຮູ້ວ່າ, ໃນປີ 2020 ແລະ 2021, ເຖິງວ່າຖືກຜົນສະທ້ອນຈາກໂລກລະບາດກໍ່ຕາມ, ແຕ່ດັດຊະນີກຳລັງຄວາມສາມາດພັດທະນາດ້ານການທ່ອງທ່ຽວຂອງ ຫວຽດນາມ ຍັງເພີ່ມຂຶ້ນຢູ່, ນອນໃນຈຳນວນ 3 ປະເທດມີລະດັບປົວແປງສູງທີ່ສຸດໃນໂລກ. ເຖິງຢ່າງໃດກໍ່ຕາມ, ເຖິງວ່າແມ່ນປະເທດເປີດປະຕູທ່ອງທ່ຽວໄວກໍ່ຕາມ ແຕ່ອັດຕາສ່ວນແຂກທ່ອງທ່ຽວສາກົນມາ ຫວຽດນາມ ໃນປີ 2022 ເມື່ອທຽບໃສ່ປີ 2019 ແມ່ນຕ່ຳກວ່າບັນດາປະເທດໃນພາກພື້ນ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ຊີ້ແຈ້ງວ່າ, ປີ 2023 ແລະ ໃນໄລຍະຈະມາເຖິງ, ບັນດາຮົ້ວກີດຂວາງການເຂົ້າ-ອອກເມືອງຍ້ອນໂລກລະບາດໂຄວິດ-19 ຈະຖືກຍົກເລີກ. ເພື່ອພັດທະນາການທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມຢ່າງແທດຈິງ, ບັນລຸຄາດໝາຍຕ້ອນຮັບແຂກທ່ອງທ່ຽວກວ່າ 110 ລ້ານເທື່ອຄົນ, ໃນນັ້ນມີແຂກທ່ອງທ່ຽວສາກົນ 8 ລ້ານເທື່ອຄົນໃນປີ 2023 ນັ້ນ, ຮຽກຮ້ອງໃຫ້ຂະແໜງທ່ອງທ່ຽວ ຫວຽດນາມ ຕ້ອງຊອກຫາໄດ້ຄຳຕອບໃຫ້ແຜນການໃນໄລຍະສັ້ນ ແລະ ໄລຍະຍາວ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ:

ພວກເຮົາຄິດອັນໃດແດ່ເພື່ອສ້າງບາດກ້າວບຸກທະລຸ? ພວມເຮົາຕ້ອງເສີມຂະຫຍາຍບັນດາສິ່ງທີ່ພວກເຮົາເຮັດໄດ້, ບັນດາບົດຮຽນປະສົບການທີ່ດີ, ບັນດາລັກສະນະພິເສດຂອງພວກເຮົາຢ່າງສຸດຂີດເພື່ອພັດທະນາກ້າວໆຂຶ້ນ. ວັດທະນະທຳຕິດພັນກັບການທ່ອງທ່ຽວແມ່ນຄືແນວໃດ? ພັດທະນາອຸດສາຫະກຳວັດທະນະທຳ, ອຸດສາຫະກຳບັນເທິງຄືແນວໃດເພື່ອໜູນຊ່ວຍການທ່ອງທ່ຽວ? ການທ່ອງທ່ຽວບໍ່ສາມາດພັດທະນາດ້ວຍຕົນເອງໄດ້, ການທ່ອງທ່ຽວບໍ່ສາມາດພັດທະນາໄດ້ ຖ້າພື້ນຖານໂຄງລ່າງບໍ່ພັດທະນາ, ການທ່ອງທ່ຽວບໍ່ສາມາດພັດທະນາໄດ້ຖ້າວັດທະນະທຳບໍ່ພັດທະນາ, ການທ່ອງທ່ຽວບໍ່ສາມາດພັດທະນາຢ່າງແຮງໄດ້ຖ້າອຸດສາຫະກຳບັນເທິງບໍ່ພັດທະນາຢ່າງປອດໄສ, ຍືນຍົງ, ທຸກສິ່ງທຸກຢ່າງລ້ວນແຕ່ເຂົ້າຮ່ວມເພື່ອຮ່ວມແຮງຮ່ວມໃຈພັດທະນາຂະແໜງການທ່ອງທ່ຽວ.

ທ່ານນາຍົກລັດຖະມົນຕີໄດ້ຍົກອອກຂໍ້ສະເໜີເພື່ອໃຫ້ຂະແໜງທ່ອງທ່ຽວສຸມໃສ່ໄຈ້ແຍກ, ຕີລາຄາ, ວາງອອກມາດຕະການ, ຄື: ເຮັດແນວໃດນຳໃຊ້ທ່າແຮງແກ່ງແຍ້ງຂອງແຕ່ລະທ້ອງຖິ່ນ, ແຕ່ລະເຂດ; ວິທີໂຄສະນາ, ສົ່ງເສີມການທ່ອງທ່ຽວ; ນະໂຍບາຍຮ່ວມສຳພັນພັດທະນາການທ່ອງທ່ຽວ…


top