ຂ່າວສານ

ນາຍົກລັດຖະມົນຕີ ຟ້າມມິງຈີ້ງ ເຂົ້າຮ່ວມພິທີເປີດນຳໃຊ້ກິດຈະກຳ ຊົນລະປະທານ ກ້າຍເລີ້ນ-ກ້າຍແບ້ ທີ່ແຂວງກຽນຢາງ

ຕອນບ່າຍວັນທີ 5 ມີນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ໄດ້ເປັນສັກຂີພິຍານພິທີເປີດນຳໃຊ້ກິດຈະກຳລະບົບ ຊົນລະປະທານ ກ້າຍເລີ້ນ-ກ້າຍແບ້ ໄລຍະ 1 ຢູ່ແຂວງ ກຽນຢາງ
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ລົງກວດກາໂຄງການ  

 ໂຄງການກໍ່ສ້າງລະບົບຊົນລະປະທານ ກ້າຍເລີ້ນ-ກ້າຍແບ້ ໄລຍະທີ 1 ມີຍອດຈຳນວນເງິນລົງທຶນກວ່າ 3.300 ຕື້ດົ່ງ.

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ໄດ້ເນັ້ນໜັກວ່າ: ເຂດທົ່ງພຽງແມ່ນ້ຳຂອງຕອນພາກໃຕ້ຫວຽດນາມ ແມ່ນໜຶ່ງໃນບັນດາຂົງເຂດທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກການປ່ຽນແປງຂອງດິນຟ້າອາກາດທົ່ວໂລກ. ລັດຖະບານກຳນົດວ່າການພັດທະນາເສດຖະກິດ-ສັງຄົມຢູ່ເຂດທົ່ງພຽງແມ່ນ້ຳຂອງຕອນພາກໃຕ້ຫວຽດນາມເວົ້າລວມ ແລະ ຂົງເຂດກະສິກຳເວົ້າສະເພາະ ຕ້ອງຕິດພັນກັບການພັດທະນາຊົນລະປະທານ, ຕ້ອງຖືຊົນລະປະທານເປັນຈຸດສຸມເພື່ອແກ້ໄຂບັນດາບັນຫາຄົງຄ້າງກ່ຽວກັບແຫຼ່ງນ້ຳ. ທ່ານນາຍົກລັດຖະມົນຕີສະເໜີວ່າ : ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຊີ້ນຳບັນດາຫົວໜ່ວຍທີ່ກ່ຽວຂ້ອງຈັດຕັ້ງການມອບຮັບ, ດຳເນີນງານ ແລະ ການນຳໃຊ້ຕາມລະບຽບການ, ທ່ານນາຍົກລັດຖະມົນຕີເຊື່ອໝັ້ນວ່າ ເຂດທົ່ງພຽງແມ່ນ້ຳຂອງຕອນພາກໃຕ້ຫວຽດນາມຈະກ້າວເຂົ້າສູ່ໄລຍະພັດທະນາໃໝ່ດ້ວຍບັນດາບາດກ້າວບຸກທະລຸ ແລະ ກາຍເປັນຂົງເຂດ ພັດທະນາໄວ ແລະ ຍືນຍົງ; ປະຊາຊົນມີຊີວິດ ທີ່ອີ່ມໜຳສຳລານ ແລະ ຜາສຸກ.



top