ຂ່າວສານ

ນາຍົກລັດຖະມົນຕີ ຟ້າມມິງຈິງ ໄປຮອດນະຄອນຫຼວງວໍຊິງຕັນເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ອາຊຽນ - ອາເມລິກາ

ຄາດຄະເນວ່າ, ໃນການປະຕິບັດງານຢູ່ອາເມລິກາ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະເຂົ້າຮ່ວມການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດພິເສດອາຊຽນ - ອາເມລິກາ; ຈະພົບປະສອງຝ່າຍກັບການນຳອາເມລິກາ, ບາງປະເທດອາຊຽນ; ພົບປະ, ເຮັດວຽກກັບການນຳສປຊ…
  ນາຍົກລັດຖະມົນຕີ ຟ້າມມິງຈິງ ໄປຮອດນະຄອນຫຼວງວໍຊິງຕັນເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ອາຊຽນ - ອາເມລິກາ   

 ຕອນເຊົ້າວັນທີ 11 ພຶດສະພາ (ຕາມເວລາ ຫວຽດນາມ), ຖ້ຽວບິນພິເສດນຳສົ່ງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ລົງຈອດຢູ່ສະໜາມບິນທະຫານ Andrews ຢູ່ນະຄອນຫຼວງ ວໍໍຊິງຕັນ, ເລີ່ມຕົ້ນການປະຕິບັດງານເຂົ້າຮ່ວມກອງປະຊຸມສຸດຍອດພິເສດອາຊຽນ - ອາເມລິກາ, ຢ້ຽມຢາມ, ເຮັດວຽກຢູ່ອາເມລິກາ ແລະ ສປຊ ແຕ່ວັນທີ 11 – 17 ພຶດສະພາ. ອອກໄປຮັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະຜູ້ແທນ ຫວຽດນາມ ຢູ່ສະໜາມບິນມີທ່ານ ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc Knapper,  ທ່ານ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຫງວຽນກວັກຢຸງ.

            ຄາດຄະເນວ່າ, ໃນການປະຕິບັດງານຢູ່ອາເມລິກາ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະເຂົ້າຮ່ວມການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດພິເສດອາຊຽນ - ອາເມລິກາ; ຈະພົບປະສອງຝ່າຍກັບການນຳອາເມລິກາ, ບາງປະເທດອາຊຽນ; ພົບປະ, ເຮັດວຽກກັບການນຳສປຊ…ພິເສດ, ທ່ານນາຍົກລັດຖະມົນຕີ ຈະມີການພົບປະໂອ້ລົມກັບປະຊາຄົມຊາວຫວຽດນາມ ທີ່ພວມດຳລົງຊີວິດ, ເຮັດວຽກ, ຮ່ຳຮຽນຢູ່ ອາເມລິກາ.


top