ຂ່າວສານ

ນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມບັນດາການເຄື່ອນໄຫວສະເຫຼີມສະຫຼອງ 100 ປີແຫ່ງວັນຄ້າຍວັນເກີດທ່ານນາຍົກລັດຖະມົນຕີ ຫວໍວັນກຽດ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະຜູ້ແທນໝັ້ນໝາຍເຮັດຕາມແບບຢ່າງ ທ່ານນາຍົກລັດຖະມົນຕີ ຫວໍວັນກຽດ ສືບຕໍ່ຍົກສູງນ້ຳໃຈຄຸນສົມບັດປະຕິວັດ, ສຸດຈິດສຸດໃຈຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ.
  ທ່ານມື້ລາງນາຍົກລັດຖະມົນຕີ ຫວໍວັນກຽດ  

ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນຄ້າຍວັນເກີດທ່ານນາຍົກລັດຖະມົນຕີ ຫວໍວັນກຽດ (23/11/1922 – 23/11/2022), ຕອນບ່າຍວັນທີ 22 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຖະຫວາຍທູບທຽນຢູ່ເຂດອະນຸສອນສະຖານທ່ານນາຍົກລັດຖະມົນຕີ ຫວໍວັນກຽດ. ຖະຫວາຍທູບທຽນອາໄລຫາເຖິງດວງວິນຍານທ່ານນາຍົກລັດຖະມົນຕີ ຫວໍວັນກຽດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ  ແລະ ຄະນະຜູ້ແທນໝັ້ນໝາຍເຮັດຕາມແບບຢ່າງ ທ່ານນາຍົກລັດຖະມົນຕີ ຫວໍວັນກຽດ ສືບຕໍ່ຍົກສູງນ້ຳໃຈຄຸນສົມບັດປະຕິວັດ, ສຸດຈິດສຸດໃຈຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ, ເພື່ອເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ.

ຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະຜູ້ແທນໄດ້ເຂົ້າຮ່ວມພິທີຈຳໜ່າຍຊຸດສະແຕມ “ສະເຫຼີມສະຫຼອງ 100 ປີແຫ່ງວັນຄ້າຍວັນເກີດທ່ານນາຍົກລັດຖະມົນຕີ ຫວໍວັນກຽດ (23/11/1922 – 23/11/2022)” ຊຶ່ງໄດ້ຈັດຂຶ້ນຢູ່ເຂດອະນຸສອນສະຖານທ່ານນາຍົກລັດຖະມົນຕີ ຫວໍວັນກຽດ.


top