ຂ່າວສານ

ນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານປີ 2022 ແລະ ຜັນຂະຫຍາຍໜ້າທີ່ໃນປີ 2023 ຂອງກຸ່ມບໍລິສັດນ້ຳມັນອາຍແກສແຫ່ງຊາດຫວຽດນາມ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ກຸ່ມບໍລິສັດນ້ຳມັນອາຍແກສ ສືບຕໍ່ສຳຫຼວດກວດກາຄືນແຕ່ລະຄາດໝາຍແຜນການຜະລິດ ແລະ ດຳເນີນທຸລະກິດທີ່ໄດ້ວາງອອກໃນປີ 2023, ສູ້ຊົນບັນລຸຄາດໝາຍຮອດປີ 2023 ແມ່ນເທົ່າທຽມຫຼືລື່ນກາຍເມື່ອທຽບໃສ່ປີ 2022
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພະນັກງານ PVN  

ຕອນບ່າຍວັນທີ 10/1, ຢູ່ຮ່າໂນ້ຍ, ກ່າວຄຳເຫັນທີ່ກອງປະຊຸມສະຫຼຸບວຽກງານປີ 2022 ແລະ ຜັນຂະຫຍາຍໜ້າທີ່ວຽກງານປີ 2023 ຂອງກຸ່ມບໍລິສັດນ້ຳມັນອາຍແກັສແຫ່ງຊາດ ຫວຽດນາມ (PVN), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ກຸ່ມບໍລິສັດນ້ຳມັນອາຍແກສ ສືບຕໍ່ສຳຫຼວດກວດກາຄືນແຕ່ລະຄາດໝາຍແຜນການຜະລິດ ແລະ ດຳເນີນທຸລະກິດທີ່ໄດ້ວາງອອກໃນປີ 2023, ສູ້ຊົນບັນລຸຄາດໝາຍຮອດປີ 2023 ແມ່ນເທົ່າທຽມຫຼືລື່ນກາຍເມື່ອທຽບໃສ່ປີ 2022. ພ້ອມກັນນັ້ນ, ສ້າງຄວາມສາມັກຄີ ແລະ ມານະພະຍາຍາມສູ້ຊົນ, ຕັດສິນໃຈຜ່ານຜ່າທຸກຄວາມຫຍຸ້ງຍາກ. ເຮັດສຳເລັດລື່ນກາຍຄາດໝາຍການຜະລິດດຳເນີນ ທຸລະກິດ ແລະ ສ້າງສະຖິຕິໃໝ່ໃນປີ 2023 ແລະ ແຜນການ 5 ປີ 2021-2025.


top