ຂ່າວສານ

ນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມການເມືອງ - ການທະຫານທົ່ວກອງທັບ

ກອງປະຊຸມໄດ້ດຳເນີນເປັນເວລາໜຶ່ງວັນ, ໄດ້ສຸມໃສ່ຕີລາຄາຮອບດ້ານໝາກຜົນທຸກດ້ານຂອງວຽກງານການທະຫານ, ປ້ອງກັນຊາດ 6 ເດືອນຕົ້ນປີ 2022

ກອງປະຊຸມໄດ້ດຳເນີນເປັນເວລາໜຶ່ງວັນ, ໄດ້ສຸມໃສ່ຕີລາຄາຮອບດ້ານໝາກຜົນທຸກດ້ານຂອງວຽກງານການທະຫານ, ປ້ອງກັນຊາດ 6 ເດືອນຕົ້ນປີ 2022.


ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

ຕອນເຊົ້າວັນທີ 25 ກໍລະກົດ, ຢູ່ຮ່າໂນ້ຍ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມການເມືອງ - ການທະຫານທົ່ວກອງທັບ 6 ເດືອນຕົ້ນປີ 2022, ຕີລາຄາສະພາບການ, ໝາກຜົນແຫ່ງການປະຕິບັດໜ້າທີ່ວຽກງານການທະຫານ - ປ້ອງກັນຊາດ 6 ເດືອນຕົ້ນປີ ແລະ ຜັນຂະຫຍາຍໜ້າທີ່ວຽກງານ 6 ເດືອນທ້າຍປີ 2022. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ກຳມະການຜູ້ປະຈຳການຄະນະພັກການທະຫານສູນກາງ, ເຂົ້າຮ່ວມ ແລະ ຊີ້ນຳກອງປະຊຸມ.

        ກອງປະຊຸມໄດ້ດຳເນີນເປັນເວລາໜຶ່ງວັນ, ໄດ້ສຸມໃສ່ຕີລາຄາຮອບດ້ານໝາກຜົນທຸກດ້ານຂອງວຽກງານການທະຫານ, ປ້ອງກັນຊາດ 6 ເດືອນຕົ້ນປີ 2022; ການກຳນົດທິດທາງ, ໜ້າທີ່ໃນໄລຍະເວລາທີ່ຍັງເຫຼືອຂອງປີ 2022.

ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ , ກຳມະການຜູ້ປະຈຳການຄະນະພັກການທະຫານສູນກາງ, ສະເໜີໃຫ້ກະຊວງປ້ອງກັນປະເທດປະຕິບັດບັນດາໜ້າທີ່ໃຫ້ເປັນຢ່າງດີ, ໃນນັ້ນເນັ້ນໜັກເຖິງໜ້າທີ່ຈຸດສຸມ, ສຳຄັນທີ່ສຸດແມ່ນການປົກປັກຮັກສາເອກະລາດ, ອະທິປະໄຕຜືນແຜ່ນດິນອັນຄົບຖ້ວນ, ຮັກສາສະພາບແວດລ້ອມດ້ານການເມືອງໃຫ້ມີສະຖຽນລະພາບ, ປະກອບສ່ວນຮັກສາຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ປົກປັກຮັກສາເຂດນ່ານຟ້າ, ທະເລ, ເຂດຊາຍແດນຂອງປະເທດຊາດ… ເພື່ອປະກອບສ່ວນສ້າງພື້ນຖານເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ປະກອບສ່ວນຮັບປະກັນເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຊຸກຍູ້ການເຕີບໂຕ.

        ທ່ານນາຍົກລັດຖະມົນຕີກໍ່ຮຽກຮ້ອງໃຫ້ກະຊວງປ້ອງກັນປະເທດ ສືບຕໍ່ຍູ້ແຮງການພົວພັນຕ່າງປະເທດ ແລະ ເຊື່ອມໂຍງເຂົ້າກັບສາກົນ, ປົກປັກຮັກສາປະເທດຊາດໄວແຕ່ທາງໄກ; ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາ; ເພີ່ມທະວີຄວາມສາມັກຕີ, ສະໜິດຕິດພັນກັບປະຊາຊົນ; ປະຕິບັດວຽກງານເປັນແກນສານໃນການປ້ອງກັນ, ຕ້ານໄພທຳມະຊາດ, ຮັບມືກັບຄວາມສ່ຽງ, ການກູ້ໄພກູ້ຊີບ…

        ໃນເຫດການທີ່ກ່ຽວຂ້ອງ, ຕອນບ່າຍວັນດຽວກັນຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ເຮັດວຽກກັບບັນດາຫົວໜ່ວຍສັນລະສູດ AND ອັດຖິທະຫານເສຍສະຫຼະຊີວິດເພື່ອຊາດເຊິ່ງຂໍ້ມູນບໍ່ຄົບຖ້ວນ ລວມມີ: ສະຖາບັນນິຕິເວດຊະສາດກອງທັບ, ກະຊວງປ້ອງກັນປະເທດ; ສະຖາບັນນິຕິເວດຊະສາດແຫ່ງຊາດ, ກະຊວງສາທາລະນະສຸກ ແລະ ສະຖາບັນເຕັກໂນໂລຊີຊີວະສາດ…

(ແຫຼ່ງຄັດຈາກ VOV)

 


top