ຂ່າວສານ

ນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບປະທານສະພາແຫ່ງຊາດ ໂມຊຳບິກ Esperança Bias

ປັດຈຸບັນ ລັດຖະບານລາວ ມີຮອງນາຍົກລັດຖະມົນຕີທັງໝົດ 5 ທ່ານ ລ້ວນແຕ່ເປັນກໍາມະການກົມການເມືອງຂອງພັກປະຊາຊົນ ປະຕິວັດລາວ, ໃນນັ້ນ, ມີຮອງນາຍົກນາຍົກລັດຖະມົນຕີ 3 ທ່ານ ດໍາລົງຕໍາແໜ່ງ ລັດຖະມົນຕີ.
  ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດລາວ ຊຸດທີ IX (ພາບ: TTXVN)  

ວັນທີ 20 ມິຖຸນານີ້, ທີ່ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດລາວ ຊຸດທີ IX ບັນດາສະມາຊິກສະພາແຫ່ງຊາດ ໄດ້ປຶກສາຫາລື ແລະ ລົງຄະແນນສຽງ ຮັບຮອງເອົາບັນດາຂໍ້ສະເໜີຍົກຍ້າຍ ແລະ ແຕ່ງຕັ້ງຄະນະນຳສຳຄັນຈຳນວນໜຶ່ງໃນລັດຖະບານ. ຕາມນັ້ນແລ້ວ, ສະພາແຫ່ງຊາດລາວ ໄດ້ຮັບຮອງເອົາການສະເໜີຂອງ ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ແຕ່ງຕັ້ງທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ແລະ ທ່ານ ສະເຫຼີມໄຊ ກົມມະສິດ ລົງຕຳແໜ່ງເປັນຮອງນາຍົກລັດຖະມົນຕີ. ດັ່ງນັ້ນ, ປັດຈຸບັນ ລັດຖະບານລາວ ມີຮອງນາຍົກລັດຖະມົນຕີທັງໝົດ 5 ທ່ານ ລ້ວນແຕ່ເປັນກໍາມະການກົມການເມືອງຂອງພັກປະຊາຊົນ ປະຕິວັດລາວ, ໃນນັ້ນ, ມີຮອງນາຍົກນາຍົກລັດຖະມົນຕີ 3 ທ່ານ ດໍາລົງຕໍາແໜ່ງ ລັດຖະມົນຕີຄື: ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ພົນເອກ ຈັນສະໝອນ ຈັນຍາລາດ; ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ພົນເອກ ວິໄລ ຫຼ້າຄຳຟອງ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ສະເຫຼີມໄຊ ກົມມະສິດ.

ໃນກອງປະຊຸມນີ້, ສະພາແຫ່ງຊາດລາວຍັງໄດ້ຮັບຮອງຂໍ້ສະເໝີຂອງລັດຖະບານ, ຍົກຍ້າຍລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທ່ານຄຳແພງ ໄຊສົມແພງ ແລະ ຜູ້ວ່າການທະນາຄານແຫ່ງ ສປປ ລາວ  ທ່ານ ສອນໄຊ ສິດພະໄຊ ໄປຮັບໜ້າທີ່ໃໝ່ ເປັນລັດຖະມົນຕີປະຈຳຫ້ອງວ່າການສຳນັກງານຍົກ, ແຕ່ງຕັ້ງທ່ານ ມະໄລທອງ ກົມມະສິດ ປະທານອົງການກວດສອບແຫ່ງລັດ ໄປຮັບໜ້າທີ່ໃໝ່ເປັນ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ຍົກຍ້າຍ ທ່ານ ວຽງທະວີສອນ ເທບພະຈັນ ຮອງເຈົ້າແຂວງ ແຂວງສະຫວັນນະເຂດ ດຳລົງຕຳແໜ່ງເປັນປະທານອົງການກວດສອບແຫ່ງລັດ.


top