ຂ່າວສານ

ນາຍົກລັດຖະມົນຕີ ຟ້າມມິງຈິງ: ຖ໊າຍບິງ ຄວນເປີດກວ້າງການພັດທະນາອອກສູ່ທະເລ, ຂຸດຄົ້ນຄວາມສາມາດບົ່ມຊ້ອນຂອງທະເລ

ຕອນເຊົ້າວັນທີ 08 ພຶດສະພາ, ຢູ່ແຂວງ ຖ໊າຍບິ່ງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປສຳຫຼວດ, ກວດກາສະພາບການລົງທຶນ, ກໍ່ສ້າງ ແລະ ການເຄື່ອນໄຫວຂອງເຂດເສດຖະກິດ ຖ໊າຍບິ່ງ.

  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃນການເຮັດວຽກກັບການນຳຫຼັກແຫຼ່ງຂອງແຂວງ ຖ໋າຍບິ່ງ.

ພາບ: ເຢືອງຢາງ-TTXVN  

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ສູນກາງ ມີຄວາມເອົາໃຈໃສ່ເຖິງການພັດທະນາເຂດເສດຖະກິດ ຖ໊າຍບິງ ທີ່ສຸດ; ແລະ ຊີ້ແຈ້ງວ່າ ການສ້າງເຂດເສດຖະກິດ ຖ໊າຍບິງ ແມ່ນເໝາະສົມກັບແຜນນະໂຍບາຍ, ມະຕິຂອງພັກ ແລະ ແທດເໝາະກັບສະພາບການ ກໍຄືເງື່ອນໄຂຂອງແຂວງ ຖ໊າຍບິ່ງ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍໄດ້ເຈາະຈີ້ມວ່າ ຖ໊າຍບິ່ງ ຄວນເປີດກວ້າງພັດທະນາອອກສູ່ທະເລ, ຂຸດຄົ້ນທ່າແຮງບົ່ມຊ້ອນຂອງທະເລ.

ກໍໃນຕອນເຊົ້າວັນທີ 08 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີ ແລະ ປະຕິບັດພິທີລົງມືກໍ່ສ້າງເສັ້ນທາງຮອບນອກຕົວເມືອງທາງທິດໃຕ້ນະຄອນ ຖ໊າຍບິງ. ນີ້ແມ່ນໂຄງການຈຸດສຸມຂອງແຂວງ ຖ໊າຍບິ່ງ ເພື່ອແນໃສ່ເຊື່ອມຕໍ່ກັບເສັ້ນທາງພາຍໃນຂອງນະຄອນ.

ກ່ອນໜ້ານັ້ນ, ທ່ານໄດ້ເຂົ້າຮ່ວມພິທີເປີດນຳໃຊ້, ຖະຫວາຍທູບທຽນ, ປູກຕົ້ນໄມ້ຢູ່ເຂດອະນຸສາວະລີປະທານ ໂຮ່ຈີມິນ ຢູ່ຕາແສງ ນາມເກື່ອງ, ເມືອງ ຕ໊ຽນຫາຍ.


top