ຂ່າວສານ

ນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບ ປະທານອົງການສົ່ງເສີມການຄ້າ ຍີ່ປຸ່ນ

ທ່ານ ສະເໜີໃຫ້ JETRO ສືບຕໍ່ສົມທົບກັບບັນດາອົງການຂອງ ຫວຽດນາມ ຜັນຂະຫຍາຍບັນດາການເຄື່ອນໄຫວໂຄສະນາພາບພົດ...
  ທ່ານ Ishiguro Norihiko, ປະທານອົງການສົ່ງເສີມການຄ້າ ຍີ່ປຸ່ນ (JETRO) ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ  

ຕອນບ່າຍວັນທີ 5 ພຶດສະພາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບ ທ່ານ Ishiguro Norihiko, ປະທານອົງການສົ່ງເສີມການຄ້າ ຍີ່ປຸ່ນ (JETRO) ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາສູງບົດບາດຂອງປະຊາຄົມວິສາຫະກິດ ຍີ່ປຸ່ນ ຢູ່ ຫວຽດນາມ; ທ່ານ ສະເໜີໃຫ້ JETRO ສືບຕໍ່ສົມທົບກັບບັນດາອົງການຂອງ ຫວຽດນາມ ຜັນຂະຫຍາຍບັນດາການເຄື່ອນໄຫວໂຄສະນາພາບພົດ, ສະພາບແວດລ້ອມແຫ່ງການລົງທຶນ, ຄວາມສາມາດບົ່ມຊ້ອນ, ກາລະໂອກາດການຮ່ວມມື, ການໃຫ້ບຸລິມະສິດໃນການລົງທຶນຂອງ ຫວຽດນາມ ເຖິງບັນດາກຸ່ມບໍລິສັດ, ວິສາຫະກິດໃຫຍ່ຂອງ ຍີ່ປຸ່ນ.

        ສ່ວນທ່ານ Ishiguro Norihiko, ປະທານອົງການສົ່ງເສີມການຄ້າ ຍີ່ປຸ່ນ ຕີລາຄາສູງເລື່ອງ ນາຍົກລັດຖະມົນຕີ ໄດ້ຈັດການໂອ້ລົມສົນທະນາ, ຮັບຟັງຄຳເຫັນຂອງບັນດານັກລົງທຶນຕ່າງປະເທດ ໃນນັ້ນ ມີບັນດາວິສາຫະກິດ ຍີ່ປຸ່ນ. ທ່ານຖືວ່າ: ຫວຽດນາມ ແມ່ນປະເທດໜຶ່ງດຽວໃນກຸ່ມ ອາຊຽນ ເຊິ່ງ JETRO ມີຫ້ອງການຕາງໜ້າທັງຢູ່ ຮ່າໂນ້ຍ ແລະ ຢູ່ ນະຄອນ ໂຮ່ຈີມິນ, ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ຍີ່ປຸ່ນ ແລະ  JETRO ຖື ຫວຽດນາມ ເປັນສຳຄັນ.

 


top