ຂ່າວສານ

ນາຍົກລັດຖະມົນຕີ ຟ້າມມິງຈິງ: ຂະແໜງການທູດເອົາໃຈໃສ່ເສີມຂະຫຍາຍບົດບາດນຳໜ້າໃນການພົວພັນຕ່າງປະເທດ

ທ່ານນາຍົກລັດຖະມົນຕີ ກໍ່ຊີ້ແຈ້ງໝວດໜ້າທີ່ຕົ້ນຕໍ, ສຳຄົນຕ້ອງປະຕິບັດຢ່າງເປັນປະຈຳຂອງຂະແໜງການທູດແມ່ນຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ເອກະລາດ...
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ  

ຕອນເຊົ້າວັນທີ 10 ມັງກອນ, ຢູ່ຮ່າໂນ້ຍ, ກ່າວຄຳເຫັນທີ່ກອງປະຊຸມສະຫລຸບວຽກງານຂະແໜງການທູດປີ 2022, ຜັນຂະຫຍາຍທິດທາງ, ໜ້າທີ່ປີ 2023, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ: ຂະແໜງການທູດຄວນເອົາໃຈໃສ່ເສີມຂະຫຍາຍບົດບາດນຳໜ້າໃນການພົວພັນຕ່າງປະເທດ; ເປັນເຈົ້າການໃນການເປີດຊ່ອງທາງໃຫ້ແກ່ການພັດທະນາປະເທດຊາດ; ກຳແໜ້ນສະພາບການ, ຍູ້ແຮງວຽກງານຄົ້ນຄ້ວາ, ຄາດຄະເນ, ເປັນເສນາທິການຍຸດທະສາດໃຫ້ແກ່ພັກ, ລັດ ກ່ຽວກັບວຽກງານການພົວພັນຕ່າງປະເທດ ແລະ ການເຊື່ອມໂຍງເຂົ້າກັບສາກົນ; ຮັກສາສະພາບແວດລ້ອມສັນຕິພາບ ແລະ ປຸກລະດົມກຳລັງພາຍນອກໃຫ້ຫຼາຍທີ່ສຸດເພື່ອພັດທະນາປະເທດຊາດ.

ທ່ານນາຍົກລັດຖະມົນຕີ ກໍ່ຊີ້ແຈ້ງໝວດໜ້າທີ່ຕົ້ນຕໍ, ສຳຄົນຕ້ອງປະຕິບັດຢ່າງເປັນປະຈຳຂອງຂະແໜງການທູດແມ່ນຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ເອກະລາດ, ເປັນເຈົ້າຕົນເອງ, ໝັ້ນຄົງແໜ້ນແຟ້ນ. ເອົາໃຈໃສ່ເຖິງການຍົກລະດັບ “ຍຸດທະສາດ” ໃນການພົວພັນກັບປະເທດເພື່ອນມິດ, ປະເທດມະຫາອຳນາດ, ຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຮອບດ້ານ. ພ້ອມທັງ, ຮັກສາຄວາມດຸ່ນດຽງ, ປອງດອງ, ແກ້ໄຂການພົວພັນຕ່າງປະເທດຢ່າງຄ່ອງແຄ້ວເພື່ອບໍ່ສົ່ງຜົນສະທ້ອນເຖິງການຟື້ນຟູ ແລະ ການພັດທະນາແບບຍືນຍົງຂອງປະເທດຊາດ. ຂະແໜງການທູດກໍ່ຄວນຊຸກຍູ້ຊອກຫາບັນດາກາລະໂອກາດໃໝ່, ຕະຫຼາດໃໝ່, ຂົງເຂດໃໝ່, ຍາດແຍ່ງບັນດາກາລະໂອກາດສະດວກຂອງຕະຫຼາດສາກົນ, ແຫຼ່ງກຳລັງພາຍນອກໃຫ້ແກ່ການພັດທະນາໃຫ້ສູງສຸດ.

 


top