ຂ່າວສານ

ນາຍົກລັດຖະມົນຕີ ຟານມິງຈິງ ຕອ້ນຮັບກຸ່ມບໍລິສັດໃຫ່ຍ, ສົນທະນາກັບນັກລົງທຶນຍີ່ປຸ່ນ

      ໃນວັນທີ 24 ພະຈິກ, ໃນຂອບເຂດການຢ້ຽມຢາມຍີ່ປຸ່ນຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຟານມິງຈິງ  ໄດ້ຕ້ອນຮັບການນຳກຸ່ມບໍລິສັດເສດຖະກິດ, ມະຫາວິທະຍາໄລຫຼາຍແຫ່ງຂອງຍີ່ປຸ່ນທີ່ກຳລັງ ແລະ ມີຄວາມເຈດຕະນາລົມເຂົ້າມາລົງທຶນຢູ່ ຫວຽດນາມ ໃນຫຼາຍຂົງເຂດ.
ນາຍົກລັດຖະມົນຕີ ຟານມິງຈິງ ຕອ້ນຮັບກຸ່ມບໍລິສັດໃຫ່ຍ, ສົນທະນາກັບນັກລົງທຶນຍີ່ປຸ່ນ
      ທີ່ການຕ້ອນຮັບທ່ານປະທານກຸ່ມບໍລິສັດການຢາ Shionogi, ທ່ານນາຍົກລັດຖະມົນຕີເຫັນດີເປັນເອກະພາບກັບຂໍ້ສະເໜີ ໜູນຊ່ວຍ ຫວຽດນາມ ທົດລອງຜະລິດ ວັກຊີນ ແລະ ຢາປິ່ນປົວໂຄວິດ 19 ຂອງກຸ່ມບໍລິສັດ, ປະກອບສ່ວນຊ່ວຍເຫຼືອ ຫວຽດນາມ ປ້ອງກັນ, ຕ້ານໂລກລະບາດ ໂຄວິດ 19.
            ທີ່ການຕ້ອນຮັບ ທ່ານປະທານ Higashihara Toshiaki, ປະທ່ານກຸ່ມບໍລິສັດ Hitachi, ທ່ານນາຍົກລັດຖະມົນຕີ ຟານມິງຈິງ ໄດ້ເຫັນດີຕໍ່ກັບແຜນນະໂຍບາຍ  ແລະ ບັນດາຂໍ້ສະເໜີຂອງກຸ່ມບໍລິສັດ ເປີດກວ້າງການລົງທຶນໃນບັນດາໂຄງການກ່ຽວກັບສິ່ງແວດລ້ອມ, ການແພດ, ຫຼຸດຜ່ອນຄວາມເສຍຫາຍຈາກໄພພິບັດ ທຳມະຊາດ, ຂົງເຂດທາງລົດໄຟ ແລະ ຖືວ່າບັນດາຂົງເຂດທີ່ Hitachi ມີຄວາມສົນໃຈນັ້ນ, ລັດຖະບານ ຫວຽດນາມ ກໍ່ກຳລັງຕ້ອງການພັດທະນາທ່ານນາຍົກລັດຖະມົນຕີກ່າວວ່າ:
            “ພວກຂ້າພະເຈົ້າກຳນົດສືບຕໍ່ປະຕິບັດ 3 ບຸກທະລຸຍຸດທະສາດ. ບຸກທະລຸລະບອບລະບຽບການຕິດພັນກັບການປະຕິຮູບດ້ານບໍລິຫານ, ຫຼຸດຜ່ອນຄ່າໃຊ້ຈ່າຍໃຫ້ແກ່ປະຊາຊົນວິສາຫະກິດ, ທີ່ສອງແມ່ນການກໍ່ສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ທີ່ສາມແມ່ນບຸກທະລຸທາງດ້ານພື້ນຖານໂຄງລ່າງ, ຮັບມືການປ່ຽນແປງຂອງດີນຟ້າອາກາດ, ການພັດຕ້ອງມີຄວາມທະນາກົມກຽວກັນກັບການພັດທະນາສັງຄົມ, ມີຄວາມດຸ່ນດ່ຽງບັນດາຂະແໜງການ”.
 (ແຫຼ່ງຄັດຈາກ VOV)


top