ຂ່າວສານ

ນາຍົກລັດຖະມົນຕີ ຝ້າມມິງຈີ້ງ ເຮັດວຽກກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ

ຕອນເຊົ້າວັນທີ 2 ມິຖຸນາ,ຢູ່ຮ່າໂນ້ຍ, ທ່ານ ນາຍົກລັດຖະມົນຕີ ຝ້າມມິງຈີ້ງ ໄດ້ເຮັດວຽກກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ກ່ຽວກັບບາງໜ້າທີ່ຈຸດສຸມ, ຮີບດ່ວນໃນໄລຍະທີ່ຈະມາເຖິງ.
ທ່ານນາຍົກລັດຖະມົນຕີ ຝ້າມມິງຈີ້ງ

  ທ່ານນາຍົກລັດຖະມົນຕີ ຝ້າມມິງຈີ້ງ ໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງການປ່ຽນແປງໃໝ່ຈິນຕະນາການຢ່າງແຂງແຮງ, ຖືມູນເຊື້ອວັດທະນະທຳ-ປະຫວັດສາດແມ່ນແຫຼ່ງກຳລັງ, ລົງທຶນໃຫ້ແກ່ວັດທະນະທຳແມ່ນລົງທຶນເພື່ອການພັດທະນາ. ດັ່ງນັ້ນ ໄລຍະທີ່ຈະມາເຖິງ, ທາງກະຊວງຄວນເລັ່ງໃສ່ສ້າງຍຸດທະສາດ, ວາງແຜນກຳນົດເພື່ອລະດົມບັນດາແຫຼ່ງກຳລັງເພື່ອພັດທະນາວັດທະນະທຳ.

       ທ່ານ ນາຍົກລັດຖະມົນຕີ ຝ້າມມິງຈີ້ງ ສະເໜີຂະແໜງວັດທະນະທຳ ສຸມໃສ່ບາງໜ້າທີ່ຈຸດສຸມລະອຽດຄື: ສຸມໃສ່ພັດທະນາໃນຂົງເຂດສິລະປະ, ພັດທະນາອຸດສາຫະກຳວັດທະນະທຳ, ອຸດສາຫະກຳບັນເທິງບົນພື້ນຖານວັດທະນະທຳ, ມູນເຊື້ອປະຫວັດສາດຂອງຊາດ.
(ແຫຼ່ງຄັດຈາກ VOV)

top