ຂ່າວສານ

ນາຍົກລັດຖະມົນຕີ, ປະທານສະພາແຫ່ງຊາດ ຫວຽດນາມ ພົບປະກັບຜູ້ອຳນາດເຕັມແຫ່ງ ອົດສະຕາລີ

ຕອນບ່າຍວັນທີ 24 ພຶດສະພາ, ທີ່ສູນກອງປະຊຸມສາກົນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ພົບປະກັບຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ ທ່ານ Peter Cosgrove.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ແລະ ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ ທ່ານ Peter Cosgrove.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ: ເພື່ອສືບຕໍ່ຮັກສາທ່າອ່ຽງການພັດທະນາຢ່າງຕັ້ງໜ້າຄືໃນປັດຈຸບັນ ກໍ່ຄືເຮັດໃຫ້ການພົວພັນຮ່ວມມື 2 ປະເທດເລິກເຊິ່ງກ່ວາອີກ, 2 ຝ່າຍຄວນຕັ້ງໜ້າສ້າງສຳເລັດ ໂຄງການດຳເນີນງານ 2016 – 2019; ສົ່ງເສີມຜັນຂະຫຍາຍບັນດາເນື້ອໃນທີ່ໄດ້ເຫັນດີເປັນເອກະພາບໃນ “ຖະແຫຼງການຮ່ວມກ່ຽວກັບການສ້າງຕັ້ງຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອົດສະຕາລີ”.

        ແລະກໍ່ໃນວັນດຽວກັນ, ທີ່ການພົບປະກັບຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ ທ່ານ Peter Cosgrove, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ຢືນຢັນວ່າ: ສະພາແຫ່ງຊາດ ຫວຽດນາມ ສະໜັບສະໜູນເລື່ອງເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອົດສະຕາລີ, ສ້າງຂອບເຂດສຳຄັນໃໝ່ ເພື່ອນຳການຮ່ວມມືໃນທຸກຂົງເຂດເຂົ້າສູ່ລວງເລິກ ແລະ ແທດຈິງກ່ວາ.


ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ ທ່ານ Peter Cosgrove

ສ່ວນຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ ທ່ານ Peter Cosgrove ຕີລາຄາສູງຂໍ້ລິເລີ່ມຂອງ ຫວຽດນາມ ກ່ຽວກັບເລື່ອງແຕ່ງຕັ້ງຄະນະປະຕິບັດງານຮັກສາສັນຕິພາບໄປປະຕິບັດງານຢູ່ ຊູດັງໃຕ້ ແລະ ທ່ານໃຫ້ຮູ້ວ່າ: ອົດສະຕາລີ ຈະມີບັນດາການໜູນຊ່ວຍກ່ຽວກັບດ້ານພະລາທິການ ເພື່ອໃຫ້ ຫວຽດນາມ ປະຕິບັດໜ້າທີ່ດັ່ງກ່າວເປັນຢ່າງດີ.

(ແຫຼ່ງຄັດຈາກ VOV)



top