ຂ່າວສານ

ນາຍົກລັດຖະມົນຕີ ນິວຊີແລນ ຢັ້ງຢືນບົດບາດຂອງແມ່ຍິງໃນພື້ນຖານເສດຖະກິດທັນສະໄໝ

ທ່ານນາງນາຍົກລັດຖະມົນຕີ Jacinda Ardern ໄດ້ເນັ້ນໜັກເຖິງບົດບາດຂອງແມ່ຍິງ ໃນປະຈຸບັນໃນການຊຸກຍູ້ພື້ນຖານເສດຖະກິດພາຍຫຼັງໂລກລະບາດໂຄວິດ - 19.

ທ່ານນາງນາຍົກລັດຖະມົນຕີ Jacinda Ardern ໄດ້ເນັ້ນໜັກເຖິງບົດບາດຂອງແມ່ຍິງ ໃນປະຈຸບັນໃນການຊຸກຍູ້ພື້ນຖານເສດຖະກິດພາຍຫຼັງໂລກລະບາດໂຄວິດ - 19.

  ທ່ານນາງນາຍົກລັດຖະມົນຕີ Jacinda Ardern ກ່າວຄຳເຫັນທີ່ພິທີ  

ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ຕອນບ່າຍວັນທີ 16 ພະຈິກ, ຢູ່ນະຄອນ ໂຮ່ຈີມິນ, ທ່ານນາງ Jacinda Ardern, ນາຍົກລັດຖະມົນຕີ ນິວຊີແລນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມແມ່ຍິງ 2022 – Women’s Summit 2022 ດ້ວຍຫົວຂໍ້ວ່າ “ແມ່ຍິງປ່ຽນແປງໂລກ”.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງນາຍົກລັດຖະມົນຕີ Jacinda Ardern ໄດ້ເນັ້ນໜັກເຖິງບົດບາດຂອງແມ່ຍິງ ໃນປະຈຸບັນໃນການຊຸກຍູ້ພື້ນຖານເສດຖະກິດພາຍຫຼັງໂລກລະບາດໂຄວິດ - 19 ແລະ ບັນດາຜົນກະທົບທີ່ຫຍໍ້ທໍ້ຂອງພື້ນຖານເສດຖະກິດໂລກ. ຕາມທ່ານນາງນາຍົກລັດຖະມົນຕີ Jacinda Ardern, ພາຍຫຼັງ 30 ປີຜ່ານມາ, ອັດຕາແມ່ຍິງ ນິວຊີແລນ ເຂົ້າຮ່ວມກຳລັງແຮງງານໄດ້ເພີ່ມຂຶ້ນແຕ່ລະດັບ 54% ເປັນ 70%. ຢູ່ ຫວຽດນາມ, ຈຳນວນນີ້ແມ່ນ 76% ໃນປີ 2019, ໃນຂະນະທີ່ອັດຕາສະເລ່ຍຂອງທົ່ວໂລກແມ່ນ 47%. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າສອງປະເທດລ້ວນແຕ່ມີອັດຕາແມ່ຍິງເຂົ້າຮ່ວມກຳລັງແຮງງານສູງພໍສົມຄວນ. ທ່ານນາງຍົກລັດຖະມົນຕີ ຢັ້ງຢືນວ່າ: ກຳລັງແຮງງານຍິງ, ວຽກງານຄວາມສະເໝີພາບລະຫວ່າງຍິງ - ຊາຍພ້ອມກັບການເຄື່ອນໄຫວມຸ່ງໄປເຖິງແມ່ຍິງ, ເດັກນ້ອຍຢູ່ ຫວຽດນາມ ແລະ ນິວຊີແລນ ມີຫຼາຍຈຸດຄ້າຍຄືກັນ. ດັ່ງນັ້ນ, ທ່ານນາງນາຍົກລັດຖະມົນຕີ ນິວຊີແລນ ເຊື່ອໝັ້ນວ່າ ນະໂຍບາຍຄວາມສະເໝີພາບລະຫວ່າງຍິງ - ຊາຍຈະແມ່ນສ່ວນໜຶ່ງໃນການເຕີບໂຕເສດຖະກິດແບບຍືນຍົງ; ນະໂຍບາຍການຄ້າ ແລະ ຂໍ້ລິເລີ່ມເສດຖະກິດລະຫວ່າງສອງປະເທດຈະແມ່ນກຳລັງໜູນເພື່ອຊຸກຍູ້ແມ່ຍິງເຂົ້າຮ່ວມບັນດາການເຄື່ອນໄຫວດຳເນີນທຸລະກິດ ແລະ ການນຳ…

 ຈາກນັ້ນ, ທ່ານນາງນາຍົກລັດຖະມົນຕີ Jacinda Ardern ໄດ້ພົບປະກັບປະຊາຄົມວິສາຫະກິດ, ນັກທຸລະກິດຍິງ ນິວຊີແລນ ແລະ ຫວຽດນາມ ຢູ່ນະຄອນ ໂຮ່ຈີມິນ.


top