ຂ່າວສານ

ນາຍົກລັດຖະມົນຕີ ຕ້ອນຮັບຫົວໜ້າຜູ້ຕາງໜ້າຫ້ອງການ IMF ປະຈຳ ຫວຽດນາມ

ຄວາມສາມາດຮັບມືຕໍ່ບັນດາການຜັນແປຂອງພື້ນຖານເສດຖະກິດ ຫວຽດນາມ ໄດ້ຮັບການປັບປຸງດີກ່ວາ.


ທີ່ການຕ້ອນຮັບ

ຕອນເຊົ້າວັນທີ 13 ກຸມພາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ  ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Jonathan Dunn, ຫົວໜ້າຜູ້ຕາງໜ້າຫ້ອງການກອງທຶນເງິນຕາສາກົນ (IMF) ປະຈຳ ຫວຽດນາມ ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ ຫວຽດນາມ.

        ເມື່ອຮັບຮູ້ບັນດາການປະກອບສ່ວນຂອງທ່ານ Jonathan Dunn ທີ່ມີຕໍ່ ຫວຽດນາມໃນໄລຍະຜ່ານມາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຫວັງວ່າ ດ້ວຍຖານະບົດບາດໃໝ່ເປັນຮອງຜູ້ອຳນວຍການຫ້ອງການ IMF ປະຈຳ ອາຊີ - ປາຊີຟິກ (OAP) ຢູ່ ຍີ່ປຸ່ນ, ທ່ານ Jonathan Dunn ຈະກາຍເປັນຂົວເຊື່ອມຕໍ່ລະຫວ່າງ ຫວຽດນາມ ແລະ IMF, ສືບຕໍ່ພັດທະນາການພົວພັນລະຫວ່າງ ຫວຽດນາມ ແລະ IMF ກ່ວາອີກ.

        ທ່ານ Jonathan Dunn ໄດ້ຂອບໃຈຕໍ່ການຮ່ວມມືຂອງ ຫວຽດນາມ ໃນໄລຍະຜ່ານມາ ແລະ ຕີລາຄາສູງການພັດທະນາ ກໍ່ຄືບັນດານະໂຍບາຍເສດຖະກິດຂອງ ຫວຽດນາມ ໃນໄລຍະຜ່ານມາ ແລະ ຖືວ່າ: ຄວາມສາມາດຮັບມືຕໍ່ບັນດາການຜັນແປຂອງພື້ນຖານເສດຖະກິດ ຫວຽດນາມ ໄດ້ຮັບການປັບປຸງດີກ່ວາ. ທ່ານ Jonathan Dunn ໃຫ້ຮູ້ວ່າ: ທ່ານຈະລາຍງານຕໍ່ການນຳ IMF ກ່ຽວກັບການໜູນຊ່ວຍ ຫວຽດນາມ ຄິດໄລ່, ສະຖິຕິຂົງເຂດເສດຖະກິດບໍ່ເປັນທາງການ ແລະ ທ່ານເຊື່ອໝັ້ນວ່າ, IMF ຈະຊ່ວຍ ຫວຽດນາມ ຄິດໄລ່ວັດແທກປະລິມານການຜະລິດແຫ່ງຊາດໃຫ້ດີກ່ວາ.

(ແຫຼ່ງຄັດຈາກ VOV)


top