ຂ່າວສານ

ນາຍົກລັດຖະມົນຕີ ກຳປູເຈຍ ຢືນຢັນວ່າ ການເລືອກຕັ້ງທົ່ວປະເທດປີ 2018 ຍັງຄົງດຳເນີນຕາມແຜນການ

      ພາຍຫລັງສານສູງສຸດ ກຳປູເຈຍ ອອກຄຳຕັດສິນຍຸບເລີກພັກກູ້ຊາດ (CNRP) ຝ່າຍຄ້ານພຽງ 2,3 ຊົ່ວໂມງ, ວັນທີ 16 ພະຈິກ,
      
ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Hun Sen (ພາບ: AFP/TTXVN)
      ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Hun Sen ໄດ້ຖະແຫຼງວ່າ ການເລືອກຕັ້ງທົ່ວປະເທດປີ 2018 ຍັງຄົງດຳເນີນຕາມແຜນການທີ່ໄດ້ວາງອອກ. ໃນຖະແຫຼງການດັ່ງກ່າວ ໄດ້ອອກອາກາດທາງໂທລະພາບແຫ່ງລັດ, ທ່ານນາຍົກລັດຖະມົນຕີ Hun Sen ໄດ້ຮຽກຮ້ອງລະງັບໃຈພາຍຫລັງ CNRP ຖືກຍຸບເລີກ, ພ້ອມທັງ ຊີ້ແຈ້ງວ່າ: ການເລືອກຕັ້ງທົ່ວປະເທດໃນຕໍ່ໜ້າ “ຈະດຳເນີນເປັນປົກກະຕິ”. ທ່ານ Hun Sen ກໍ່ຢືນຢັນວ່າ ບັນດາສະມາຊິກຂອງພັກ CNRP ຝ່າຍຄ້ານ ບໍ່ຖືກຫ້າມໃນການເຄື່ອນໄຫວດ້ານການເມືອງ ແລະ ສາມາດສ້າງຕັ້ງພັກໃໝ່.
        ຄາດວ່າ ກຳປູເຈຍ ຈະຈັດຕັ້ງການເລືອກຕັ້ງສະພາສູງໃນວັນທີ 25 ກຸມພາ 2018. ນີ້ແມ່ນການເລືອກຕັ້ງສະພາສູງເທື່ອທີ 4 ຢູ່ປະເທດອາຊີຕາເວັນອອກສ່ຽງໃຕ້ນີ້.
 (ແຫຼ່ງຄັດຈາກ VOV)

top