ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຄັ້ງທຳອິດຂອງທ່ານນາງ Brigitte Haas ນາຍົກລັດຖະມົນຕີ Liechtenstein ແມ່ນຂີດໝາຍສຳຄັນ, ສະແດງໃຫ້ເຫັນການຖືເປັນສຳຄັນຂອງ Liechtenstein ຕໍ່ ຫວຽດນາມ
ທ່ານນາງ Brigitte Haas ນາຍົກລັດຖະມົນຕີ Liechtenstein, ໄດ້ມາຮອດ ຮ່າໂນ້ຍ (ພາບ: VTC) ຕອນຄ່ຳວັນທີ 17 ຕຸລາ, ທ່ານນາງ Brigitte Haas ນາຍົກລັດຖະມົນຕີ Liechten. (ພາບ: VNA)
ຕອນຄ່ຳວັນທີ 17 ຕຸລາ, ທ່ານນາງ Brigitte Haas ນາຍົກລັດຖະມົນຕີ Liechtenstein, ໄດ້ມາຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການເປັນຄັ້ງທຳອິດ, ແຕ່ວັນທີ 17 - 19 ຕຸລາ, ຕາມຄຳເຊີນຂອງທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ ຫວຽດນາມ.
ກ່ອນການຢ້ຽມຢາມ, ທ່ານນາງ ເຈົາມາຍແອງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສະວິດ, ທັງຮັບໜ້າທີ່ຢູ່ Liechtenstein ໃຫ້ຂໍ້ສັງເກດວ່າ ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຄັ້ງທຳອິດຂອງທ່ານນາງ Brigitte Haas ນາຍົກລັດຖະມົນຕີ Liechtenstein ແມ່ນຂີດໝາຍສຳຄັນ, ສະແດງໃຫ້ເຫັນການຖືເປັນສຳຄັນຂອງ Liechtenstein ຕໍ່ ຫວຽດນາມ, ພ້ອມທັງ ສ້າງກຳລັງໜູນຕື່ມອີກເພື່ອນຳການພົວພັນສອງຝ່າຍໃຫ້ເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ.
ຈຸດເວລາດຳເນີນການຢ້ຽມຢາມເມື່ອ ຫວຽດນາມ ແລະ ສະມາຄົມການຄ້າເສລີ ເອີລົບ (EFTA) ຫາກໍ່ສິ້ນສຸດການເຈລະຈາດ້ານການຄ້າເສລີໃນເດືອນ ກໍລະກົດ 2026. ນີ້ຈະເປັນຂອບເຂດສຳຄັນເພື່ອສືບຕໍ່ເປີດກວ້າງ ການພົວພັນດ້ານເສດຖະກິດລະຫວ່າງ ຫວຽດນາມ ແລະ Liechtenstein ແລະ ບັນດາປະເທດ EFTA ຕື່ມອີກ.