ຂ່າວສານ

ນາຍົກລັດຖະມົນຕີ Hunsen: ທະຫານອາສາສະໝັກ ຫວຽດນາມ ໄດ້ຊ່ວຍໃຫ້ ກຳປູເຈຍ ຫຼຸດພົ້ນອອກຈາກລະບອບດັບສູນເຊື້ອຊາດ

      ຕອນເຊົ້າວັນທີ 7 ມັງກອນ, ຢູ່ Phnom penh ປະເທດກຳປູເຈຍໄດ້ດຳເນີນພິທີສະເຫຼີມສະຫຼອງ 42 ປີ ແຫ່ງວັນໂຄນລົ້ນລະບອບດັບສູນເຊື້ອຊາດຂະແມແດງ, ປົດປ່ອຍປະເທດຊາດ (7/1/1979 – 7/1/2020). 

ນາຍົກລັດຖະມົນຕີກຳປູເຈຍ Hunsen ໄດ້ກ່າວສູນທອນພົດທີ່ພິທີ
      ນະທີ່ນີ້, ທ່ານນາຍົກລັດຖະມົນຕີກຳປູເຈຍ Hunsen ໄດ້ກ່າວສູນທອນພົດຢັ້ງຢືນວ່າ: ຍ້ອນມີການຊ່ວຍເຫຼືອ ອັນໃຫຍ່ ຫຼວງຂອງ ທະຫານອາສາສະໝັກ ຫວຽດນາມ, ກຳປູເຈຍຈຶ່ງສາມາດໂຄນລົ້ນລະບອບດັບສູນເຊື້ອຊາດຂະແມແດງ, ກອບກູ້ເອົາປະຊາຊົນກຳປູເຈຍຫຼຸດພົ້ນອອກຈາກການເຂັ່ນຂ້າທີ່ຮ້າຍກາດທີ່ສຸດໃນປະຫວັດສາດແລະໄດ້ເປີດສັງກາດໃໝ່ແຫ່ງເອກະລາດ, ເສລີພາບ, ປະຊາທິປະໄຕ ແລະ ຄວາມກ້າວໜ້າໃນສັງຄົມຂອງກຳປູເຈຍ.
            ໃນໄລຍະທີ່ມຶດມົນທີ່ສຸດນັ້ນ, ບັນດາຜູ້ຮັກຊາດໄດ້ຫຼຸດພົ້ນອອກຈາກການເຂັ່ນຂ້າຂອງປົນປົດ, ໄດ້ລຸກຂຶ້ນທຳການຕໍ່ສູ້ຢ່າງພິລະອາດຫານ ແລະ ພ້ອມກັນສ້າງຕັ້ງແນວໂຮມສາມັກຄີກູ້ຊາດກຳປູເຈຍເພື່ອນຳພາປະຊາຊົນທຳການຕໍ່ສູ້ຕ້ານລະບົບຂະແມແດງ. ແນວໂຮມສາມັກຄີກູ້ຊາດກຳປູເຈຍ ໄດ້ຮັບການຊ່ວຍເຫຼືອຈາກທຸກໆແຫ່ງໃນນັ້ນມີການຊ່ວຍເຫຼືອຢ່າງໃຫຍ່ຫຼວງຂອງທະຫານອາສາສະໝັກຫວຽດນາມໄດ້ທຳການຕໍ່ສູ້ໂຄນລົ້ນລະບອບດັບສູນເຊື້ອຊາດສ້າງໄຊຊະນະຢ່າງສົມບູນໃນວັນທີ 7 ມັງກອນ 1979”.
 (ແຫຼ່ງຄັດຈາກ VOV)


top