ຂ່າວສານ

ນາຍທະຫານຫວຽດນາມເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດຕັດສິນໃຈສຳເລັດຫນ້າທີ່ສາກົນເປັນຢ່າງດີ

ຕອນເຊົ້າວັນທີ 7 ພະຈິກ, ກົມຮັກສາສັນຕິພາບຫວຽດນາມ  ໄດ້ເຂົ້າໄວ້ອາໄລສຸສານປະທານໂຮ່ຈີມິນ ກ່ອນທີ່ເດີນທາງໄປປະຕິບັດງານຢູ່ ຊູດັງໃຕ້.


ນາຍທະຫານຫວຽດນາມເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ ໄດ້ເຂົ້າໄວ້ອາໄລ ສຸສານປະທານໂຮ່ຈີມິນ

ພາບ:TTXVN


ກ່າວຄຳເຫັນທີ່ພິທີ, ພັນໂທ ຫວໍວັນຫຽນ, ຫົວຫນ້າໂຮງໝໍກາງສະຫນາມ, ຕາງຫນ້າໃຫ້ພະນັກງານ, ແພດໝໍ ໄດ້ໝັ້ນໝາຍຈະຕັດສິນໃຈ ສາມັກຄີ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ແຂ່ງຂັນກັນສຳເລັດຫນ້າທີ່ເປັນຢ່າງດີ, ເພີ່ມທະວີຈັດຕັ້ງບັນດາການເຄື່ອນໄຫວຮ່ວມມືສາກົນ, ແລກປ່ຽນວິຊາສະເພາະ, ພົວພັນແລກປ່ຽນກັບຜູ້ຮ່ວມງານຊາວຕ່າງປະເທດ. ພ້ອມກັນນັ້ນ ຕັ້ງຫນ້າໂຄສະນາແຜນນະໂຍບາຍ, ແນວທາງການຕ່າງປະເທດຂອງພັກ ແລະ ລັດ ຫວຽດນາມ ກໍຄືແຜນນະໂຍບາຍ, ທັດສະນະເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສປຊ ຂອງຫວຽດນາມ ເຖິງເພື່ອນມິດສາກົນ.

ຫວຽດນາມ ໄດ້ຮັບການຄັດເລືອກຈາກ ສປຊ ແມ່ນຫນຶ່ງໃນສະຖານທີ່ 4 ແຫ່ງເພື່ອຈັດການອົບຮົມບັນລຸມາດຕະຖານສາກົນຢູ່ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ເພື່ອຜັນຂະຫຍາຍບັນດາຊຸດອົບຮົມໃນຂອບເຂດລາຍການຄູ່ຮ່ວມມືສາມຝ່າຍ.

(ແຫຼ່ງຄັດຈາກ VOV)


top