ຂ່າວສານ

ນາງ​ສາວ​ຊາວ​ເຜົ່າ​ມົ້ງ ຊ່ວຍ​ຊາວ​ກະ​ສິ​ກອນ​ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ​ດ້ວຍ​ເຕັກ​ໂນ​ໂຢ​ລີ​ດີ​ຈີ​ຕອນ

ມາທິຈູ, ເກີດປີ 1991, ເປັນນາງສາວຊາວເຜົ່າມົ້ງ ຢູ່ເທດສະບານເມືອງ ເມື່ອງເຄືອງ, ລາວກາຍ, ປັດຈຸບັນ ເປັນເຈົ້າຂອງຂອງສະຫະກອນກະສິກຳ 3 ແຫ່ງ. ໂດຍກຳເນີດ ແລະ ເຕີບໃຫຍ່ຢູ່ເຂດພູສູງຂອງຕາແສງ ຕາງ່າຍໂຈ ແລະ ໄດ້ຜ່ານຄາວເຍົາໄວທີ່ທຸກຍາກລຳບາກນັ້ນ, ໄດ້ເຮັດໃຫ້ ມາທິຈູ ຕັດສິນໃຈບືນຕົວຂຶ້ນຫຼຸດພົ້ນອອກຈາກຄວາມທຸກຍາກ. ກໍເລີ່ມແຕ່ນັ້ນມາ, ຈູ ໄດ້ເລີ່ມເຄື່ອນໄຫວໃນຂົງເຂດກະສິກຳ. ລາວໄດ້ໝູນໃຊ້ເຕັກໂນໂລຢີດີຈີຕອນເພື່ອຈຳໜ່າຍຜະລິດຕະພັນກະເສດ ແລະ ປຸງແຕ່ງບັນດາຜະລິດຕະພັນກະເສດຂອງທ້ອງຖິ່ນ, ຊ່ວຍພໍ່ແມ່ພີ່ນ້ອງອຸ່ນອ່ຽນໃຈພັດທະນາການຜະລິດ.

ມາທິຈູ, ເກີດປີ 1991, ເປັນນາງສາວຊາວເຜົ່າມົ້ງ ຢູ່ເທດສະບານເມືອງ ເມື່ອງເຄືອງ, ລາວກາຍ, ປັດຈຸບັນ ເປັນເຈົ້າຂອງຂອງສະຫະກອນກະສິກຳ 3 ແຫ່ງ. ໂດຍກຳເນີດ ແລະ ເຕີບໃຫຍ່ຢູ່ເຂດພູສູງຂອງຕາແສງ ຕາງ່າຍໂຈ ແລະ ໄດ້ຜ່ານຄາວເຍົາໄວທີ່ທຸກຍາກລຳບາກນັ້ນ, ໄດ້ເຮັດໃຫ້ ມາທິຈູ ຕັດສິນໃຈບືນຕົວຂຶ້ນຫຼຸດພົ້ນອອກຈາກຄວາມທຸກຍາກ. ກໍເລີ່ມແຕ່ນັ້ນມາ, ຈູ ໄດ້ເລີ່ມເຄື່ອນໄຫວໃນຂົງເຂດກະສິກຳ. ລາວໄດ້ໝູນໃຊ້ເຕັກໂນໂລຢີດີຈີຕອນເພື່ອຈຳໜ່າຍຜະລິດຕະພັນກະເສດ ແລະ ປຸງແຕ່ງບັນດາຜະລິດຕະພັນກະເສດຂອງທ້ອງຖິ່ນ, ຊ່ວຍພໍ່ແມ່ພີ່ນ້ອງອຸ່ນອ່ຽນໃຈພັດທະນາການຜະລິດ.

   

ມາທິຈູ ແນະນໍາພໍ່ແມ່ປະຊາຊົນໃນບ້ານ ໄລສົດຂາຍຜະລິດຕະພັນກະເສດ 

ຈູ ແບ່ງປັນວ່າ: ເມື່ອກ່ອນນີ້, ຄອບຄົວຂອງ ຈູ ທຸກຍາກຫຼາຍ. ແຕ່ວ່າ, ນັບແຕ່ມື້ທີ່ແມ່ຂອງ ຈູ ໄປຂາຍເຄື່ອງຫັດຖະກຳ, ກໍມີເງິນໃຊ້ຈ່າຍໃນຄອບຄົວໄດ້ຢ່າງພໍພຽງກວ່າ. ສະນັ້ນ, ເມື່ອລາວຮຽນ ມໍ 2, ລາວກໍເລີ່ມໄປຂາຍເຄື່ອງຊ່ວຍແມ່, ຫຼັງຈາກນັ້ນພຽງ 2 – 3 ປີ, ແມ່ຂອງຈູ ກໍອະນຸຍາດໃຫ້ລາວແຍກໄປຂາຍຕ່າງຫາກເພື່ອຫາເງິນໄປຮຽນ.

ພິເສດ, ເມື່ອໂລກລະບາດໂຄວິດ - 19 ແຜ່ລະບາດ, ການທຳມາຫາກິນ, ດຳເນີນທຸລະກິດຂອງ ມາທິຈູ ກໍປະສົບກັບຄວາມຫຍຸ້ງຍາກບໍ່ແມ່ນໜ້ອຍ, ແຕ່ຍ້ອນເປັນຄົນທີ່ມີໄຫວພິບ, ຈູ ໄດ້ຫັນໄປຂາຍເຄື່ອງອອນລາຍ. ຈູ ໄດ້ໄລສົດເປັນປະຈຳ ເພື່ອຂາຍບັນດາຜະລິດຕະພັນຄື: ໝາກກ້ຽງນ້ອຍ, ໝາກໝັ້ນ… ຢູ່ກັບສວນ ແລະ ກໍໄດ້ຈຳໜ່າຍຢ່າງມີປະສິດທິຜົນ. ຈູ ໃຫ້ຮູ້ວ່າ:

“ຍ້ອນນ້ອງໄດ້ຂາຍເຄື່ອງແຕ່ຍັງນ້ອຍ, ສະນັ້ນ ກໍໄດ້ພົບປະແລກປ່ຽນກັບພໍ່ຄ້າແມ່ຄ້າຫຼາຍຄົນ. ແຕ່ວ່າ ນັບແຕ່ເມື່ອເກີດໂລກລະບາດ, ເບິ່ງຄືວ່າ ນ້ອງໄດ້ໃຊ້ເວລາທັງ 1 ປີເພື່ອຮ່ຳຮຽນ, ສຶກສາຄົ້ນຄວ້ານຳຜູ້ທີ່ໄລສົດຂາຍເຄື່ອງເກັ່ງໃນອິນເຕີນັດ. ຕອນນັ້ນ, ນ້ອງຄິດວ່າ ເຮົາກໍມີພອນສະຫວັນໃນການປາກເວົ້າ ແລະ ເຂົ້າໃຈຂົງເຂດຂອງຕົນທີ່ພວມເຮັດໄດ້ເປັນຢ່າງດີ, ເປັນຫຍັງເຮົາບໍ່ເຮັດຄືເຂົາ. ຕອນທຳອິດທີ່ຂາຍອອນລາຍກໍຍາກຫຼາຍ. ຕອນກາງເວັນນ້ອງໄປເຮັດວຽກ, ເບິ່ງຄືວ່າເກືອບບໍ່ມີເວລາເລີຍ, ເຫຼືອແຕ່ຕອນ 5 ໂມງ ຫາ 7 ໂມງ ແລງ, ນ້ອງກໍຍາດແຍ່ງເວລາຮຽນທັກສະການເວົ້າ, ນັບທັງການພັດທະນາຕົນເອງ, ທັກສະ marketing ແລະ ເຄື່ອງມືຕ່າງໆ ເພື່ອໃຫ້ກາຍເປັນນ້ອງຄືປັດຈຸບັນນີ້”.

ໂດຍເຫັນໄດ້ເຖິງປະສິດທິຜົນຂອງການຂາຍເຄື່ອງອອນລາຍເມື່ອທຽບໃສ່ການຂາຍເຄື່ອງແບບເດີມ ຫຼື ການເຂົ້າຮ່ວມງານວາງສະແດງ, ຍ້ອນວ່າ ບັນດາຮູບການເຫຼົ່ານີ້ ມີແຕ່ຜູ້ໃດທີ່ມາຊື້ໂດຍກົງຈຶ່ງຮູ້ຈັກເຖິງຜະລິດຕະພັນ. ສ່ວນການຂາຍເຄື່ອງອອນລາຍຜ່ານການໄລສົດ, ເຂົາເຈົ້າເຫັນ ແລະ ຈະແຊຕໍ່ໃຫ້ຜູ້ນີ້ຜູ້ນັ້ນ, ສະນັ້ນ, ການຈຳໜ່າຍຈະໄດ້ຫຼາຍ ແລະ ໄວກວ່າ. ມາທິຈູ ແບ່ງປັນວ່າ:

“ເມື່ອນ້ອງວາງຂາຍໝາກກ້ຽງນ້ອຍໃນງານວາງສະແດງຢູ່ ຮ່າໂນ້ຍ ນ້ອງເຫັນວ່າ ລຳບາກກວ່າການຂາຍເຄື່ອງອອນລາຍທົບຫຼາຍເທົ່າ.  ຄືເມື່ອກ່ອນນີ້, 3  4 ມື້ ຈຶ່ງຂາຍໄດ້ 2  3 ໂຕນ, ແຕ່ດຽວນີ້, ມື້ດຽວກໍສາມາດຂາຍໄດ້ຊ່ຳນັ້ນແລ້ວ.”

ບໍ່ພຽງແຕ່ໄດ້ຂາຍເຄື່ອງອອນລາຍ ເທົ່ານັ້ນ, ຈູ ຍັງແນະນຳໃຫ້ບັນດາອ້າຍເອື້ອຍນ້ອງໃນບ້ານຮຽນວິທີຂາຍເຄື່ອງອອນລາຍອີກດ້ວຍ. ຈູ ໄດ້ ໄດ້ສ້າງກຸ່ມ zoom ເພື່ອແລກປ່ຽນ, ຖ່າຍທອດວິທີຂາຍເຄື່ອງໃຫ້ເອື້ອຍນ້ອງໃນບ້ານ ມື້ລະປະມານ 20 ຄົນ. ຜູ້ນີ້ແນະນຳໃຫ້ຜູ້ນັ້ນ, ປັດຈຸບັນນີ້, ຈູ ໄດ້ມີຄົນຕິດຕາມ ແລະ ຢາກຮຽນນຳເປັນຈຳນວນຫຼາຍ. ນອກຈາກນັ້ນແລ້ວ, ຈູ ຍັງສືບຕໍ່ພັດທະນາຊ່ອງທາງດັ່ງກ່າວ, ແນະນຳໃຫ້ເພື່ອນໜຸ່ມ, ແລະ ເອື້ອຍນ້ອງພ້ອມກັນເຮັດເພື່ອໃຫ້ເຂົາເຈົ້າມີສະຕິພັດທະນາຕົນເອງ, ເປັນເຈົ້າການກ່ຽວກັບເສດຖະກິດ. ຈູ ແບ່ງປັນວ່າ:

“ບໍ່ແມ່ນຜູ້ໃດກໍເຮັດໄດ້ ແຕ່ກໍບໍ່ແມ່ນທຸກຄົນລ້ວນແຕ່ເຮັດບໍ່ໄດ້, ມີແຕ່ວ່າເຮົາຍັງບໍ່ທັນສຸມຈິດສຸມໃຈເທົ່ານັ້ນ. ທຸກສິ່ງທຸກຢ່າງລ້ວນແຕ່ຕ້ອງມີການລົງທຶນ, ດິ້ນຮົນບຸກບືນຈຶ່ງມີບັນລຸຜົນສຳເລັດ”.

ເຖິງຢ່າງໃດກໍຕາມ, ສຳລັບຊາວກະສິກອນແລ້ວ, ພິເສດແມ່ນຢູ່ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ, ການຈຳໜ່າຍຜະລິດຕະພັນກະເສດບໍ່ແມ່ນຍາມໃດກໍສະດວກດີ. ສະນັ້ນ, ມາທິຈູ ຈຶ່ງຄິດໄປຄິດມາ ເຮັດແນວໃດເພື່ອຊ່ວຍພໍ່ແມ່ຊາວກະສິກອນຈຳໜ່າຍຜະລິດຕະພັນກະເສດໄດ້ໝົດກ້ຽງ. ຄິດແລ້ວລາວກໍລົງມືເຮັດເລີຍ, ຈູ ໄດ້ເຕົ້າໂຮມໝູ່ເພື່ອນແລ້ວສ້າງຕັ້ງສະຫະກອນ ວົງຄະນະຍາດ ເມື່ອງເຄືອງ ໂດຍ ລາວເປັນຮອງຜູ້ອຳນວຍການ, ເຊິ່ງໄດ້ເກັບຊື້ຜະລິດຕະພັນກະເສດຄື ໝາກກ້ຽງນ້ອຍ, ໝາກກວ້ຍ, ໝາກໝັ້ນ ເພື່ອປຸງແຕ່ງເປັນຜະລິດຕະພັນຕ່າງໆຄື: ເຫຼົ້າ, ຊີໂຣ, ນ້ຳມັນສະກັດ. ແຕ່ລະປີ, ສະຫະກອນຂອງ ຈູ ໄດ້ສ້າງວຽກເຮັດງານທຳໃຫ້ແກ່ແຮງງານທ້ອງຖິ່ນນັບຮ້ອຍຄົນ ທີ່ເຮັດວຽກຕາມລະດູການ, ດ້ວຍຈຳນວນເງິນເດືອນແຕ່ 8 ລ້ານດົ່ງໄປຂຶ້ນໄປຕໍ່ເດືອນ.

ປີ 2021, ຜະລິດຕະພັນ ຊີໂຣ ໝາກກ້ຽງນ້ອຍ ແລະ ນ້ຳມັນເປືອກໝາກກ້ຽງ ຂອງສະຫະກອນ ຈູ ກໍໄດ້ຮັບການຮັບຮອງວ່າ ມີເງື່ອນໄຂຄົບຖ້ວນເພື່ອເຂົ້າຮ່ວມໂຄງການ OCOP. ເມື່ອແບ່ງປັນກ່ຽວກັບການກຳນົດທິດໃນອະນາຄົດ, ມາທິຈູ ໃຫ້ຮູ້ວ່າ:

ຂ້າພະເຈົ້າຫວັງວ່າ ໃນຕໍ່ໜ້າ ຈະກາຍເປັນ ໂຄດສ (coach) ສ້າງແຫຼ່ງບັນດານໃຈໃຫ້ແກ່ຜູ້ທີ່ມີເງື່ອນໄຂຄືຂ້າພະເຈົ້າ. ຂ້າພະເຈົ້າກໍຢາກມີຜະລິດຕະພັນສະເພາະທີ່ຕິດພັນກັບເຄື່ອງໝາຍການຄ້າຂອງຕົນເອງ, ຕິດພັນກັບສີສັນບ້ານເກີດເມືອງນອນ. ຂ້າພະເຈົ້າເຫັນວ່າ, ດຽວນີ້ ແມ່ນຍັງບໍ່ທັນມີຄວາມສາມາດຢ່າງພຽງພໍ ແລະ ພວມພະຍາຍາມຮ່ຳຮຽນສຶກສາປະກອບຄວາມຮູ້ໃນແຕ່ລະມື້”.

ນັບແຕ່ການຂາຍເຄື່ອງອອນລາຍ, ປັດຈຸບັນນີ້, ມາທິຈູ ຍັງ ໄລສົດ ເພື່ອແບ່ງປັນກ່ຽວກັບທັດສະນີຍະພາບທີ່ສວຍງາມ ແລະ ຮີດຄອງປະເພນີຂອງບ້ານເກີດເມືອງນອນຂອງຕົນ.  ຈູ ຫວັງວ່າ ໃນອະນາຄົດ ຈະສ້າງຮູບແບບກະສິກຳປອດສານພິດ ຕິດພັນກັບການພັດທະນາການທ່ອງທ່ຽວ, ຊ່ວຍພໍ່ແມ່ຊາວກະສິກອນພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ ແລະ ສ້າງຄວາມຮັ່ງມີ ເທື່ອລະກ້າວ./.

(ແຫຼ່ງຄັດຈາກ VOV)


top