ຂ່າວສານ

ນັບແຕ່ເວລາ 0 ໂມງ ຂອງວັນທີ 22 ກໍລະກົດ, ຮ່າໂນ້ຍ ປະຕິບັດການແຍກຕົວທັງໝົດຜູ້ທີ່ມາຈາກບັນດາທ້ອງຖິ່ນພວມເກີດໂລກລະບາດ

      ເພື່ອແນໃສ່ເປັນເຈົ້າການໃນການຄັດກອງກໍລະນີຕິດເຊື້ອ, ຄົ້ນຫາປະຫວັດການສຳຜັດໄປ - ມາ, ຄວບຄຸມສະພາບການຂອງໂລກລະບາດໂຄວິດ - 19 ໃນບໍລິເວນນະຄອນ ຮ່າໂນ້ຍ, ວັນທີ 21 ກໍລະກົດ, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຈູງອັກແອັງ ໄດ້ສົ່ງໂທລະເລກກ່ຽວກັບການເພີ່ມທະວີບັນດາມາດຕະການໃນການປ້ອງກັນ, ສະກັດກັ້ນໂລກລະບາດ.
(ພາບປະກອບ: VOV)
      ຕາມນັ້ນແລ້ວ, ນັບແຕ່ເວລາ 0 ໂມງ ຂອງວັນທີ 22 ກໍລະກົດ, ຈະເລີ່ມປະຕິບັດການແຍກຕົວລວມໝູ່ ສຳລັບຜູ້ທີ່ມາຈາກທ້ອງຖິ່ນທີ່ເກີດການແຜ່ລະບາດຂອງໂລກລະບາດໂຄວິດ - 19 ແລະ ພວມປະຕິບັດການແຍກຫ່າງສັງຄົມ; ເວັ້ນເສຍແຕ່ບັນດາກໍລະນີທີ່ເປັນກຳລັງຮັບໃຊ້ວຽກງານປ້ອງກັນ, ຕ້ານໂລກລະບາດ; ວຽກງານລັດຖະການທີ່ຮັບປະກັນໄດ້ຕາມຄວາມຕ້ອງການ, ຂໍ້ກຳນົດປ້ອງກັນ, ຕ້ານໂລກລະບາດ ແລະ ໄດ້ຮັບການອະນຸຍາດຈາກອຳນາດການປົກຄອງ.
        ທ່ານປະທານຄະນະກຳມະການປະຊາຊົນ ນະຄອນ ຮ່າໂນ້ຍ ກໍຮຽກຮ້ອງໃຫ້ພະແນກສາທາລະນະສຸກ ຊີ້ນຳສູນຄວບຄຸມພະຍາດນະຄອນ ຮ່າໂນ້ຍ, ບັນດາຮາກຖານກວດ, ປິ່ນປົວພະຍາດຂອງນະຄອນ, ສູນສາທາລະນະສຸກບັນດາເມືອງ, ເທດສະບານເມືອງ ຈົ່ງປະຈຳການຕະຫຼອດ 24 ຊົ່ວໂມງຂອງທຸກໆວັນໃນອາທິດ; ເພີ່ມທະວີວຽກງານເອົາຕົວຢ່າງ, ກວດວິໄຈຫາເຊື້ອໄວຣັດ ໃຫ້ບັນດາກໍລະນີທີ່ມີອາການຖືກສົງໄສວ່າຕິດເຊື້ອພະຍາດໂຄວິດ - 19. ພ້ອມກັນນັ້ນ, ກໍ່ປັບປຸງ, ເພີ່ມທະວີກຳລັງຄວາມສາມາດຂອງພະແນກຟື້ນຟູສຸຂະພາບ ເພື່ອກຽມພ້ອມຮັບ, ປິ່ນປົວໃຫ້ແກ່ກໍລະນີເຈັບໜັກ.
(ແຫຼ່ງຄັດຈາກ VOV)

top