ຂ່າວສານ

ນັບແຕ່ວັນທີ 18 ມີນາ, ຫາຍເຢືອງ ປະຕິບັດການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຕາມຄຳສັ່ງເລກທີ 19 ຂອງນາຍົກລັດຖະມົນຕີ

      ແຂວງ ຫາຍເຢືອງ ຕົກລົງນັບແຕ່ວັນທີ 18 ມີນາ ຮອດວັນທີ 31 ມີນາ 2021 ຈະປະຕິບັດຕາມຄຳສັ່ງເລກທີ 19 ຂອງນາຍົກລັດຖະມົນຕີ
(ນັບແຕ່ວັນທີ 18 ມີນາ ຮອດວັນທີ 31 ມີນາ 2021 ແຂວງ ຫາຍເຢືອງຈະປະຕິບັດຕາມຄຳສັ່ງເລກທີ 19 ຂອງນາຍົກລັດຖະມົນຕີ)
      ເພື່ອຍູ້ໂລກລະບາດໂຄວິດ-19 ໃນບໍລິເວນແຂວງ ຫາຍເຢືອງ ໃຫ້ຖອຍໄປໄວ້ໆນີ້, ພ້ອມທັງຍູ້ແຮງບັນດາການເຄື່ອນໄຫວຜະລິດ, ດຳເນີນທຸລະກິດເພື່ອກະຕຸນເສດຖະກິດ-ສັງຄົມໃຫ້ພັດທະນາ, ແຂວງ ຫາຍເຢືອງ ຕົກລົງນັບແຕ່ວັນທີ 18 ມີນາ ຮອດວັນທີ 31 ມີນາ 2021 ຈະປະຕິບັດຕາມຄຳສັ່ງເລກທີ 19 ຂອງນາຍົກລັດຖະມົນຕີ ກ່ຽວກັບເລື່ອງ ສືບຕໍ່ປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໃນສະພາບການໃໝ່ໃນທົ່ວແຂວງ. ກຳລັງຕຳຫຼວດສົມທົບກັບບັນດາກຳລັງທີ່ມີໜ້າທີ່ສືບຕໍ່ເພີ່ມທະວີການລາດຕາເວນ, ຄວບຄຸມ ແລະ ປັບໄໝບັນດາກໍລະນີລະເມີດຂໍ້ກຳນົດໃນການປ້ອງກັນ, ສະກັດກັ້ນໂລກລະບາດ. ພ້ອມນັ້ນ, ບັນດາທ້ອງຖິ່ນສືບຕໍ່ໂຈະການເຄື່ອນໄຫວງານບຸນຕ່າງໆ, ເຫດການທີ່ເຕົ້າໂຮມກວ່າ 30 ຄົນຢູ່ສະຖານີສາທາລະນະ; ໂຈະການເຄື່ອນໄຫວຂອງບັນດາຮາກຖານດຳເນີນທຸລະກິດການບໍລິການທີ່ບໍ່ຈຳເປັນໂດຍຊົ່ວຄາວ.
(ແຫຼ່ງຄັດຈາກ VOV)

top