ຂ່າວສານ

ນັບແຕ່ວັນທີ 16 ມີນາ, ພົນລະເມືອງຫວຽດນາມແລະຊາວຕ່າງປະເທດຢູ່ຫວຽດນາມບັງຄັບຕ້ອງໃຊ້ຜ້າອັດປາກຢູ່ເຂດສາທະລະນະ, ເຮືອບິນ

      ນັບແຕ່ວັນທີ 16 ມີນາ, ພົນລະເມືອງຫວຽດນາມແລະຊາວຕ່າງປະເທດຢູ່ຫວຽດນາມບັງຄັບຕ້ອງໃຊ້ຜ້າອັດປາກຢູ່ເຂດສາທະລະນະ, ເຮືອບິນ
    
ຊາວຕ່າງປະເທດຢູ່ຫວຽດນາມ ກໍຄືພົນລະເມືອງຫວຽດນາມ ຕ້ອງປະຕິບັດການໃຊ້ຜ້າອັດປາກຢູ່ບັນດາເຂດສາທາລະນະ
(ພາບປະກອບ: TTXVN)
      ວັນທີ 16 ມີນາ, ຝ່າຍຫວຽດນາມ ໄດ້ຮຽກຮ້ອງວ່າ, ຊາວຕ່າງປະເທດຢູ່ຫວຽດນາມ ກໍຄືພົນລະເມືອງຫວຽດນາມ ຕ້ອງປະຕິບັດການໃຊ້ຜ້າອັດປາກຢູ່ບັນດາເຂດສາທາລະນະທີ່ເຕົ້າໂຮມຫຼາຍຄົນຢ່າງເຂັ້ມງວດ (ຄື: ຮ້ານສັບພະສິນຄ້າ, ສະໜາມບິນ, ສະຖານີລົດໄຟ, ຂິວລົດເມ…). ຜູ້ໂດຍສານທຸກຄົນໃນບັນດາຖ້ຽວບິນພາຍໃນ ແລະ ຕ່າງປະເທດທີ່ໄປ ແລະ ມາ ຫວຽດນາມ ຕ້ອງໃຊ້ຜ້າອັດປາກໃນຕະຫຼອດການເດີນທາງ ແລະ ຢູ່ເຂດລົງຈອດ. ຫວຽດນາມ ໄດ້ແຈ້ງເນື້ອໃນດັ່ງກ່າວເຖິງບັນດາອົງການຜູ້ຕາງໜ້າດ້ານການທູດ, ບັນດາສະຖານກົງສູນ ແລະ ອົງການຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນຢູ່ຫວຽດນາມ.
        ກະຊວງການຕ່າງປະເທດຫວຽດນາມ ກໍ່ແຈ້ງໃຫ້ບັນດາຜູ້ທີ່ໄດ້ມາຈາກ ຫຼື ໄປຜ່ານເຂດເກີດໂລກລະບາດ ຕ້ອງອັບເດັດຂໍ້ກຳນົດຂອງບັນດາບໍລິສັດການບິນ, ຮັບປະກັນມີໜັງສືຈຳເປັນຢ່າງພຽງພໍ ຕາມຄວາມຮຽກຮ້ອງເພື່ອສາມາດຂຶ້ນຍົນ (ພິເສດແມ່ນບັນດາໜັງສືຢັ້ງຢືນອາການສຸຂະພາບຖ້າຫາກມີ).
(ແຫຼ່ງຄັດຈາກ VOV)



top