ຂ່າວສານ

ນັກ​ຮຽ​ນ​ຮູ້ ອິນ​ໂດ​ເນ​ເຊຍ: ການ​ຢ້​ຽມ​ຢາມ​ຂອງ ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຝຸກ​ແມ່ນ​ຂີດ​ໝາຍ​ໃໝ່​ໃນ​ການ​ພົວ​ພັນ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ

ໃນການຢ້ຽມຢາມ ອິນໂດເນເຊຍ ໃນໄລຍະຈະມາເຖິງນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ຈະປຶກສາຫາລືກັບທ່ານປະທານາທິບໍດີ Joko Widodo ກ່ຽວກັບການພົວພັນສອງຝ່າຍ, ການຟື້ນຟູຫຼັງໂຄວິດ - 19, ສະພາບການຢູ່ທະເລຕາເວັນອອກ ແລະ ບາງບັນຫາໃນພາກພື້ນ ກໍ່ຄືສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
  ທ່ານ Veeramalla Anjaiah, ນັກຄົ້ນຄ້ວາລະດັບສູງຂຶ້ນກັບສູນຄົ້ນຄ້ວາ ອາຊີຕາເວັນອອກສ່ຽງໃຕ້ (ພາບ: TTXVN)  

ການຢ້ຽມຢາມ ອິນໂດເນເຊຍ ທາງລັດຖະກິດ ຂອງທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໃນລະຫວ່າງ ວັນທີ 21 – 23 ທັນວາ ຈະສ້າງຂີດໝາຍໃໝ່ ໃນການພົວພັນຍາວນານລະຫວ່າງສອງປະເທດ. ນີ້ແມ່ນຄຳຢັ້ງຢືນຂອງທ່ານ Veeramalla Anjaiah, ນັກຄົ້ນຄ້ວາລະດັບສູງຂຶ້ນກັບສູນຄົ້ນຄ້ວາ ອາຊີຕາເວັນອອກສ່ຽງໃຕ້ (CSEAS), ນັກຂ່າວອະວຸໂສຂອງໜັງສືພິມ Jakarta Post ແລະ ຜູ້ຂຽນຂອງບົດຂ່າວຫຼາຍບົດ ແລະ ໂຄງການຄົ້ນຄ້ວາທີ່ມີອິດທິພົນຊື່ສຽງກ່ຽວກັບບັນດາບັນຫາໃນພາກພື້ນ.

ໃນການຢ້ຽມຢາມ ອິນໂດເນເຊຍ ໃນໄລຍະຈະມາເຖິງນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ຈະປຶກສາຫາລືກັບທ່ານປະທານາທິບໍດີ Joko Widodo ກ່ຽວກັບການພົວພັນສອງຝ່າຍ, ການຟື້ນຟູຫຼັງໂຄວິດ - 19, ສະພາບການຢູ່ທະເລຕາເວັນອອກ ແລະ ບາງບັນຫາໃນພາກພື້ນ ກໍ່ຄືສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ການນຳສອງທ່ານກໍ່ປຶກສາຫາລືກ່ຽວກັບບັນດາມາດຕະການຊຸກຍູ້ການຄ້າສອງຝ່າຍ ແລະ ເປີດກ້ວາງການຮ່ວມມືໃນຫຼາຍຂົງເຂດ, ກາລະໂອກາດລົງທຶນຢູ່ສອງປະເທດ ແລະ ວິທີການຊຸກຍູ້ການພົວພົນແລກປ່ຽນປະຊາຊົນຜ່ານການທ່ອງທ່ຽວ ກໍ່ຈະໄດ້ຮັບການປຶກສາຫາລື.


top