ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ດຶງດູດຄວາມສົນໃຈຈາກວົງການນັກຮຽນຮູ້ສາກົນເປັນຈຳນວນຫຼາຍ, ໃນນັ້ນ ມີຫຼາຍນັກຊ່ຽວຊານຕີລາຄາວ່າ ຫວຽດນາມ ແມ່ນຮູບແບບທີ່ປະສົບຜົນສຳເລັດໃນການພັດທະນາເສດຖະກິດ - ສັງຄົມ.
ພິທີປິດກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ (ພາບ: TTXVN)
ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ໃນວັນທີ 26 ມັງກອນ, ທ່ານນາງ ປອ. Valeria Vershinina, ຮອງຫົວໜ້າສູນ ອາຊຽນ, ມະຫາວິທະຍາໄລການພົວພັນສາກົນ Moskva (MGIMO), ສະຫະພັນ ລັດເຊຍ, ໄດ້ເນັ້ນໜັກວ່າ ວິວັດທະນາການທີ່ຢຶດໝັ້ນຜັນຂະຫຍາຍການປ່ຽນແປງໃໝ່ຢ່າງຮອບດ້ານ ໄດ້ຊ່ວຍ ຫວຽດນາມ ກາຍເປັນສະມາຊິກທີ່ມີອິດທະພົນຊື່ສຽງຂອງປະຊາຄົມສາກົນເທື່ອລະກ້າວ, ແມ່ນສະຖານທີ່ດູດດື່ມກະແສເງິນລົງທຶນຈາກຕ່າງປະເທດ ແລະ ແມ່ນສູນຜະລິດທີ່ນັບມື້ນັບສຳຄັນໃນພາກພື້ນ. ທ່ານນາງ ຖືວ່າ ປັດຈຸບັນ ໂລກໄດ້ຮັບຮູ້ ຫວຽດນາມ ຄືດັ່ງປະເທດທີ່ມີພື້ນຖານເສດຖະກິດຂະຫຍັນຂັນເຄື່ອນ, ບັນລຸຄວາມກ້າວໜ້າສັງຄົມໄດ້ຫຼາຍ ແລະ ຖານະບົດບາດສາກົນນັບມື້ນັບໄດ້ຮັບການຍົກສູງຂຶ້ນ.
ນັກຂ່າວ Amiad Horowitz, ໜັງສືພິມ People’s World ສຽງຂອງພັກກອມມູນິດ ອາເມລິກາ, ໃຫ້ຂໍ້ສັງເກດວ່າ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຢັ້ງຢືນຄືນທັດສະນະພັດທະນາແບບຍືນຍົງ, ໃນນັ້ນ ການເຕີບໂຕເສດຖະກິດຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ ແລະ ຍົກສູງຄຸນນະພາບການດຳລົງຊີວິດຂອງປະຊາຊົນ.