ຂ່າວສານ

ນັກ​ສຶກ​ສາ​ລາວ, ກຳ​ປູ​ເຈຍ ຊອກ​ຮູ້​ປະ​ຫວັດ​ສາດ​ປະ​ຕິ​ວັດ ຫວຽດ​ນາມ

ສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິນ ໄດ້ສົມທົບກັບ ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ຈັດລາຍການ “ຊອກຮູ້ປະຫວັດສາດຕາມການເວລາ - ທະຫານເຄື່ອນໄຫວພິເສດໄຊງ່ອນ”, ພານັກສຶກສາລາວ, ກຳປູເຈຍ ທີ່ພວມຮ່ຳຮຽນຢູ່ນະຄອນ ໂຮ່ຈີມິນໄປທັດສະນະສຶກສາຢູ່ທີ່ເຂດປູຊະນີຍະສະຖານປະຫວັດສາດ ທີ່ຕິດພັນກັບກຳລັງເຄື່ອນໄຫວພິເສດ ໄຊງ່ອນ.
  ນັກສຶກສາລາວ, ກຳປູເຈຍ ຊອກຮູ້ກ່ຽວກັບວັດຖຸພັນຂອງກຳລັງເຄື່ອນໄຫວພິເສດ ໄຊງ່ອນ   

ວັນທີ 2 ເມສາ, ຢູ່ນະຄອນ ໂຮ່ຈີມິນ, ສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິນ ໄດ້ສົມທົບກັບ ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ຈັດລາຍການ “ຊອກຮູ້ປະຫວັດສາດຕາມການເວລາ - ທະຫານເຄື່ອນໄຫວພິເສດໄຊງ່ອນ”, ພານັກສຶກສາລາວ, ກຳປູເຈຍ ທີ່ພວມຮ່ຳຮຽນຢູ່ນະຄອນ ໂຮ່ຈີມິນໄປທັດສະນະສຶກສາຢູ່ທີ່ເຂດປູຊະນີຍະສະຖານປະຫວັດສາດ ທີ່ຕິດພັນກັບກຳລັງເຄື່ອນໄຫວພິເສດ ໄຊງ່ອນ. ທ່ານ ໂຮ່ຊວັນເລິມ, ຮອງປະທານສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ:

“ການເຄື່ອນໄຫວດັ່ງກ່າວຊ່ວຍໃຫ້ພວກນ້ອງມີຄວາມເຂົ້າໃຈກ່ຽວກັບຄຸນຄ່າແຫ່ງສັນຕິພາບ, ຮ່ຳຮຽນໃຫ້ເປັນຢ່າງດີເພື່ອຮັບໃຊ້ປະເທດຊາດຕົນ ແລະ ມີຄວາມເຂົ້າໃຈກ່ຽວກັບປະຊາຊົນ ຫວຽດນາມ ຫຼາຍກວ່າອີກ. ລາຍການດັ່ງກ່າວກໍແມ່ນຊ່ອງທາງເພື່ອຊ່ວຍໃຫ້ນັກສຶກສາລາວ, ກຳປູເຈຍ ມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບມູນເຊື້ອຄອບຄົວ ຫວຽດນາມ ແລະ ມີຄວາມຜູກພັນກັນຫຼາຍຂຶ້ນ”.

 


top