ນັກສຶກສາ ຫວຽດນາມ 5 ຄົນຂອງມະຫາວິທະຍາໄລ FPT ຮ່າໂນ້ຍ ແລະ ສະຖາບັນເຕັກໂນໂລຊີໄປສະນີໂທລະຄົມມະນາຄົມ, ແບ່ງປັນ 2 ທິມ ແລະ ທັງ 2 ທິມລ້ວນແຕ່ຍາດໄດ້ລາງວັນ.
ວັນທີ 5 ມິຖຸນາ, ພິທີປະກາດ ແລະ ມອບລາງວັນໃຫ້ແກ່ບັນດາທິມເຂົ້າຮ່ວມຮອບຊິງຊະນະເລີດທົ່ວໂລກ ງານແຂ່ງຂັນເຕັກໂນໂລຊີ ແລະ ຖະແຫຼງຂ່າວ (ICT) Huawei 2025–2026 ຈັດຂຶ້ນຢູ່ນະຄອນ ເຊິນເຈິນ ແຂວງ ກວາງຕຸງ ປະເທດ ຈີນ. ງານແຂ່ງຂັນເຕັກໂນໂລຊີ ແລະ ຖະແຫຼງຂ່າວ (ICT) Huawei ປີນີ້ ໄດ້ດຶງດູດການເຂົ້າຮ່ວມຂອງນັກສຶກສາ, ຄູອາຈານ ກ່ວາ 220.000 ຄົນທີ່ມາຈາກມະຫາວິທະຍາໄລ, ວິທະຍາໄລກ່ວາ 2000 ແຫ່ງຢູ່ກ່ວາ 100 ປະເທດ ແລະ ເຂດແຄ້ວນ.
ພາຍຫຼັງຮອບແຂ່ງຂັນລະດັບຊາດ ແລະ ພາກພື້ນ, 500 ຄົນທີ່ດີເດັ່ນທີ່ສຸດຂອງ 170 ທິມທີ່ມາຈາກ 40 ປະເທດ ແລະ ເຂດແຄ້ວນໄດ້ເຂົ້າຮອບຊິງຊະນະເລີດທົ່ວໂລກຈັດຂຶ້ນຢູ່ ເຊິນເຈິນ ແຕ່ວັນທີ 2-5 ມິຖຸນາ. ນັກສຶກສາ ຫວຽດນາມ 5 ຄົນຂອງມະຫາວິທະຍາໄລ FPT ຮ່າໂນ້ຍ ແລະ ສະຖາບັນເຕັກໂນໂລຊີໄປສະນີໂທລະຄົມມະນາຄົມ, ແບ່ງປັນ 2 ທິມ ແລະ ທັງ 2 ທິມລ້ວນແຕ່ຍາດໄດ້ລາງວັນ.