ທ່ານ Mickaël Driol ເນັ້ນໜັກວ່າ ບັນດາຕົວເລກນີ້ບໍ່ພຽງແຕ່ສ່ອງແສງບັນດາຄຳໝັ້ນສັນຍາໃນການລົງທຶນໃນເອກະສານເທົ່ານັ້ນ ຫາກຍັງໄດ້ປະກົດຜົນເປັນຈິງ ດ້ວຍບັນດາໂຄງການລະອຽດ, ນັບແຕ່ການກໍ່ສ້າງໂຮງຈັກໂຮງງານ, ຕິດຕັ້ງຕ່ອງໂສ້ການຜະລິດ, ຮັບສະໝັກຜູ້ອອກແຮງງານ ຕະຫຼອດຮອດການສ້າງເຄືອຂ່າຍບັນດາຜູ້ສະໜອງ.
ທ່ານ Mickaël Driol, ຜູ້ອຳນວຍການໃຫຍ່ບໍລິສັດ Mekong Partners( ພາບ: TTXVN)
ໃນການແລກປ່ຽນກັບນັກຂ່າວຊ່ອງ BFM Business ຂອງ ຝລັ່ງ ຫວ່າງແລ້ວນີ້, ທ່ານ Mickaël Driol, ຜູ້ອຳນວຍການໃຫຍ່ບໍລິສັດ Mekong Partners, ຖືວ່າ ໃນສະພາບການບັນດາວິສາຫະກິດສາກົນ ຍູ້ແຮງການຫັນລະບົບການສະໜອງເປັນຫຼາຍຮູບແບບ ພາຍຫຼັງບັນດາການຜັນແປດ້ານການຄ້າ ແລະ ພູມີສາດການເມືອງທົ່ວໂລກ, ຫວຽດນາມ ພວມໄດ້ຮັບຜົນປະໂຫຍດຢ່າງຈະແຈ້ງຈາກທ່າອ່ຽງນີ້. ພຽງແຕ່ໃນ 5 ເດືອນຕົ້ນປີ 2026, ຫວຽດນາມ ດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ຈົດທະບຽນປະມານ 25 ຕື້ USD, ໃນນັ້ນມີເກືອບ 10 ຕື້ USD ໄດ້ຮັບການປ່ອຍເງິນແລ້ວ.
ທ່ານ Mickaël Driol ເນັ້ນໜັກວ່າ ບັນດາຕົວເລກນີ້ບໍ່ພຽງແຕ່ສ່ອງແສງບັນດາຄຳໝັ້ນສັນຍາໃນການລົງທຶນໃນເອກະສານເທົ່ານັ້ນ ຫາກຍັງໄດ້ປະກົດຜົນເປັນຈິງ ດ້ວຍບັນດາໂຄງການລະອຽດ, ນັບແຕ່ການກໍ່ສ້າງໂຮງຈັກໂຮງງານ, ຕິດຕັ້ງຕ່ອງໂສ້ການຜະລິດ, ຮັບສະໝັກຜູ້ອອກແຮງງານ ຕະຫຼອດຮອດການສ້າງເຄືອຂ່າຍບັນດາຜູ້ສະໜອງ.
ນັກຊ່ຽວຊານ ຝະລັງ ຖືວ່າ ທ່າໄດ້ປຽບຂອງ ຫວຽດນາມ ບໍ່ພຽງແຕ່ນອນຢູ່ຄ່າແຮງງານແກ້ງແຍ້ງເທົ່ານັ້ນ ຫາກຍັງມີສະພາບການເມືອງເປັນປົກກະຕິ, ກຳລັງແຮງງານໜຸ່ມນັບມື້ນັບໄດ້ຮັບການບຳລຸງສ້າງຢ່າງມີແບບມີແຜນ, ລະດັບການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ ແລະ ຄວາມສາມາດໃນການເຊື່ອມຕໍ່ກັບບັນດາຕະຫຼາດໃຫຍ່ຄື: ອາເມລິກາ, ສະຫະພາບ ເອລົບ, ຍີ່ປຸ່ນ ແລະ ສ.ເກົາຫຼີ ຢ່າງມີປະສິດທິຜົນ. ນັກຊ່ຽວຊານ ຝລັ່ງ ຖືວ່າ ດ້ວຍອັດຕາການເຕີບໂຕສູງ, ຄວາມສາມາດໃນການປັບຕົວໂດຍໄວ ຕໍ່ບັນດາການຜັນແປຂອງເສດຖະກິດໂລກ ກໍ່ກຳນົດທິດການດຶງດູດບັນດາໂຄງການເຕັກໂນໂລຢີ, ການຄົ້ນຄ້ວາ - ພັດທະນາ ແລະ ການຜະລິດທີ່ມີມູນຄ່າເພີ່ມສູງ, ຫວຽດນາມ ພວມຫັນປ່ຽນຈາກບົດບາດເປັນສູນຜະລິດ ໄປສູ່ການເປັນຕາໂສ້ສຳຄັນໃນລະບົບມູນຄ່າອຸດສາຫະກຳທົ່ວໂລກຢ່າງເທື່ອລະກ້າວ