ຂ່າວສານ

ນັກ​ຊ່ຽວ​ຊານ ອິນ​ເດຍ ສະ​ແດງ​ຄວາມ​ປະ​ທັບ​ໃຈ​ຕໍ່​ຜົນ​ງານ​ເສດ​ຖະ​ກິດ ຂອງ ຫວຽດ​ນາມ

ການເຕີບໂຕ GDP ຂອງ ຫວຽດນາມ ຄາດວ່າບັນລຸປະມານ 6,7% ໃນຂະນະທີ່ ອັດຕາໄພເງິນເຟີ້ຮັກສາສະຖຽນລະພາບຢູ່ໃນລະດັບ 3,8%. 
(ພາບປະກອບ: TTXVN)

ບົດຂຽນຂອງທ່ານສາດສະດາຈານ Pankaj Jha, ອາຈານສອນຢູ່ໂຮງຮຽນພົວພັນສາກົນ Jindal, ມະຫາວິທະຍາໄລທົ່ວໂລກ O P Jindal, Sonepat ຂອງ ອິນເດຍທີ່ໄດ້ເອົາລົງໃນເວັບໄຊ moderndiplomacy.eu ໃນວັນທີ 8 ກຸມພາ ໄດ້ຕີລາຄາສູງຜົນງານທາງດ້ານເສດຖະກິດຂອງ ຫວຽດນາມ ໃນຊຸມປີມໍ່ມານີ້.

ຕາມບົດຂຽນດັ່ງກ່າວແລ້ວ, ປີ 2021, ການເຕີບໂຕ GDP ຂອງ ຫວຽດນາມ ຄາດວ່າບັນລຸປະມານ 6,7% ໃນຂະນະທີ່ ອັດຕາໄພເງິນເຟີ້ຮັກສາສະຖຽນລະພາບຢູ່ໃນລະດັບ 3,8%. ການຄາດຄະເນດັ່ງກ່າວ ອາດຈະປະກົດຜົນເປັນຈິງ ຖ້າຫາກ ຫວຽດນາມ ຄວບຄຸມໂລກລະບາດໂຄວິດ - 19 ໄດ້ເປັນຢ່າງດີ ແລະ ເພີ່ມທະວີດ້ານການຄ້າກັບບັນດາຄູ່ຮ່ວມມືການຄ້າ. ປັດຈຸບັນ, ຫວຽດນາມ ໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດພັດທະນາໄວທີ່ສຸດໃນ ອາຊີ.

(ແຫຼ່ງຄັດຈາກ VOV)


top