ຂ່າວສານ

ນັກ​ຂ່າວກວ່າ 60 ຄົນ ​ໄປ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້​ແກ່​ພະນັກງານ, ນັກຮົບ​ຮ້ານ​ຍາມ DK1

ຄະນະນັກຂ່າວ ຈະໄປຢ້ຽມຢາມຖາມຂ່າວ, ມອບຂອງຂວັນປີໃໝ່ປະຈໍາຊາດ ແລະ ຂຽນຂ່າວ, ບົດກ່ຽວກັບຊີວິດການເປັນຢູ່ຂອງບັນດານັກພະນັກງານ, ນັກຮົບ ທີ່ພວມປະຕິບັດໜ້າທີ່ຢູ່ຮ້ານຍາມ DK1. 

ຄະນະນັກຂ່າວ ຈະໄປຢ້ຽມຢາມຖາມຂ່າວ, ມອບຂອງຂວັນປີໃໝ່ປະຈໍາຊາດ ໃຫ້ບັນດານັກພະນັກງານ, ນັກຮົບ

ຕອນບ່າຍວັນທີ 29 ທັນວາ, ຢູ່ແຂວງບ່າເຣ້ຍ - ຫວູງເຕົາ, ກໍ່າປັ່ນກວດກາການເຄື່ອນໄຫວຫາປາ 2 ລໍາ ໄດ້ຂົນສົ່ງນັກຂ່າວກວ່າ 60 ຄົນ ທີ່ມາຈາກຫຼາຍອົງການສື່ມວນຊົນ ພ້ອມດ້ວຍຄະນະພະນັກງານກອງບັນຊາການທະຫານເຂດ 2 ໄດ້ອອກຈາກທ່າກໍ່າປ່ັນ ໄປຍັງຮ້ານຍາມ DK1 ຂຶ້ນກັບກຸ່ມເສດຖະກິດ - ວິທະຍາສາດ - ເຕັກນິກ ໄຫຼ່ທະວີບພາກໃຕ້.

        ຄະນະນັກຂ່າວ ຈະໄປຢ້ຽມຢາມຖາມຂ່າວ, ມອບຂອງຂວັນປີໃໝ່ປະຈໍາຊາດ ແລະ ຂຽນຂ່າວ, ບົດກ່ຽວກັບຊີວິດການເປັນຢູ່ຂອງບັນດານັກພະນັກງານ, ນັກຮົບ ທີ່ພວມປະຕິບັດໜ້າທີ່ຢູ່ຮ້ານຍາມ DK1. ສໍາລັບບັນດານັກຂ່າວໜຸ່ມແລ້ວ, ນີ້ແມ່ນການໄປປະຕິບັດງານທີ່ມີຄວາມໝາຍ ແລະ ເຕັມໄປດ້ວຍຄວາມຕື້ນຕັນໃຈ. ເຖິງວ່າວ່າຈະປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍຕາມ ແຕ່ນີ້ແມ່ນຄວາມເປັນກຽດເພື່ອໃຫ້ບັນດານັກຂ່າວປະຕິບັດໜ້າທີ່ຂອງຕົນໄດ້ເປັນຢ່າງດີ.

 (ແຫຼ່ງຄັດຈາກ VOV)
 

top