ສຳນັກຂ່າວສານ DW (ເຢຍລະມັນ) ໃນວັນທີ 25 ພຶດສະພາ ໄດ້ຄັດສະເໜີຄຳເຫັນຂອງທ່ານ Kenneth Atkinson, ສະມາຊິກສະພາບໍລິຫານຫ້ອງການການຄ້າ ອັງກິດ ປະຈຳ ຫວຽດນາມ ໂດຍໃຫ້ຂໍ້ສັງເກດວ່າ ອັງກິດ ມີຄວາມເຊື່ອໝັ້ນຕໍ່ແງ່ຫວັງການເຕີບໂຕເສດຖະກິດຂອງ ຫວຽດນາມ.
ຕາມສຳນັກຂ່າວສານ DW ແລ້ວ, ຫຼາຍຄົນໄດ້ສະແດງຄວາມເປັນຫ່ວງວ່າ ບັນດາມາດຕະການຈຳກັດບໍລິເວນ, ປິດປະຕູບັນດາຮາກຖານດຳເນີນທຸລະກິດ ແລະ ຈຳກັດການເຄື່ອນໄຫວທ່ອງທ່ຽວ ອາດຈະກີດຂວາງການເຕີບໂຕຂອງຂະແໜງທ່ອງທ່ຽວ ແລະ ພື້ນຖານເສດຖະກິດຂອງ ຫວຽດນາມ ເວົ້າລວມ. ເຖິງຢ່າງໃດກໍຕາມ, ໃນໄລຍະເສດຖະກິດທົ່ວໂລກພວມຊຸດໂຊມ ຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19 ກໍ່ຂຶ້ນໃນປີ 2020, ພື້ນຖານເສດຖະກິດ ຂອງ ຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມອາດສາມາດຟື້ນຟູ, ບັນລຸໄດ້ລະດັບການເຕີບໂຕທີ່ໜ້າປະເອີບໃຈ ດ້ວຍ 2,9% ເມື່ອທຽບໃສ່ປີ 2019.
ສຳນັກຂ່າວສານ DW ກໍຄັດສະເໜີການຄາດຄະເນຂອງທ່ານ Kenneth Atkinson ທີ່ວ່າ ການແຜ່ລະບາດຮອບໃໝ່ຂອງໂລກລະບາດໂຄວິດ - 19 ຈະສົ່ງຜົນກະທົບຕໍ່ໄຕມາດການເງິນຕໍ່ໄປ ຂອງ ຫວຽດນາມ, ແຕ່ທ່ານມີຄວາມເຊື່ອໝັ້ນຕໍ່ການຜັນແປໃນໄລຍະຈະມາເຖິງ. ທ່ານ Kenneth Atkinson ໃຫ້ຮູ້ວ່າ ອີງໃສ່ຂໍ້ມູນອັບເດດຫຼ້າສຸດ ໄດ້ຊີ້ໃຫ້ເຫັນວ່າ ການສົ່ງອອກຂອງ ຫວຽດນາມ ໄປຍັງ ອີຢູ ໄດ້ເພີ່ມຂຶ້ນ 28% ແລະ ຈຳນວນເງິນຕາຕ່າງປະເທດທີ່ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຝາກກັບເມືອປະເທດກໍເພີ່ມຂຶ້ນຢ່າງແຮງ ເມື່ອທຽບໃສ່ປີ 2020.
(ແຫຼ່ງຄັດຈາກ VOV)