ຂ່າວສານ

ນັກຮຽນຮູ້ ອິນໂດເນເຊຍ: ການຕັດສິນຂອງ ອາຊຽນ ແມ່ນສິ່ງທີ່ໜ້າຄິດຫງຳສຳລັບ ມຽນມາ

      ວົງການນັກຮຽນຮູ້ ອິນໂດເນເຊຍ ຖືວ່າ ການຕັດສິນດັ່ງກ່າວຂອງ ອາຊຽນ ແມ່ນສິ່ງທີ່ໜ້າຄິດຫງຳສຳລັບ ອຳນາດການປົກຄອງການທະຫານ ມຽນມາ.
ນາຍທະຫານ ຢູ່ ມຽນມາ (ພາບ: Antara/ Reuters)
      ນັບແຕ່ວັນທີ 26 – 28 ຕຸລາ, ອາຊຽນ ຈະຈັດຕັ້ງກອງປະຊຸມສຸດຍອດຄັ້ງທີ 38 ແລະ 39 ໂດຍບໍ່ມີການເຂົ້າຮ່ວມຂອງການນຳການທະຫານ ມຽນມາ. ວົງການນັກຮຽນຮູ້ ອິນໂດເນເຊຍ ຖືວ່າ ການຕັດສິນດັ່ງກ່າວຂອງ ອາຊຽນ ແມ່ນສິ່ງທີ່ໜ້າຄິດຫງຳສຳລັບ ອຳນາດການປົກຄອງການທະຫານ ມຽນມາ.
        ນັກສັງເກດການກ່ຽວກັບການພົວພັນສາກົນຂອງມະຫາວິທະຍາໄລ Padjadjaran ຂອງ ອິນໂດເນເຊຍ, ທ່ານ Teuku Rezasyah ຕີລາຄາວ່າ ເລື່ອງ ອາຊຽນ ບໍ່ເຊີນກອງທັບ ມຽນມາ ເຂົ້າຮ່ວມ ແຕ່ເຊີນພຽງຜູ້ຕາງໜ້າປອດການເມືອງ ຈາກ ມຽນມາ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ໄດ້ເຮັດໃຫ້ ມຽນມາ ຕ້ອງຄົ້ນຄິດ ແລະ ຮັບມືເອງກັບສະພາບການຂອງປະເທດທີ່ນັບມືນັບຊົ່ວຮ້າຍລົງ. ນັກຮຽນຮູ້ ອິນໂດເນເຊຍ ໃຫ້ຮູ້ວ່າ ການຕັດສິນບໍ່ເຊີນການນຳກອງທັບ ມຽນມາ ທ່ານ Min Aung Hlaing ຂອງ ອາຊຽນ ແມ່ນການຕັດສິນທີ່ຖືກຕ້ອງ. 
        ໂດຍມີທັດສະນະຄືກັນ, ທ່ານ Hikmahanto Juwana ນັກສັງເກດການທາງດ້ານສາກົນ ສັງກັດມະຫາວິທະຍາໄລ ອິນໂດເນເຊຍ ຖືວ່າ ອາຊຽນ ບໍ່ຕ້ອງເຊີນ ມຽນມາ, ນັບທັງຝ່າຍປອດການເມືອງ ເຂົ້າຮ່ວມກອງປະຊຸມສຸດຍອດ. ອາຊຽນ ຄວນຮັບຟັງບົດລາຍງານຈາກທູດພິເສດ ແລະ ຮັກສາຫຼັກໝັ້ນ.
(ແຫຼ່ງຄັດຈາກ VOV)


top