ຂ່າວສານ

ນັກສຶກສາຫວຽດນາມຢູ່ກຳປູເຈຍຕ້ອນຮັບປີໃໝ່ 2020

      ສະມາຄົມນັກສຶກສາຫວຽດນາມ ຢູ່ກຳປູເຈຍ ໄດ້ຈັດລາຍການບຸນເຕັດແຫ່ງບ້ານເກີດເມືອງນອນ 2020.

(ນັກສຶກສາຫວຽດນາມຢູ່ກຳປູເຈຍຕ້ອນຮັບປີໃໝ່ 2020)
      ໃນບັນຍາກາດອັນຟົດຟື້ນຂ່ຳນັບຮັບຕ້ອນບຸນປີໃໝ່ 2020, ຕອນບ່າຍວັນທີ 04 ມັງກອນ, ຢູ່ນະຄອນຫຼວງພະນົມເປັນ, ສະມາຄົມນັກສຶກສາຫວຽດນາມ ຢູ່ກຳປູເຈຍ ໄດ້ຈັດລາຍການບຸນເຕັດແຫ່ງບ້ານເກີດເມືອງນອນ 2020. ລາຍການບໍ່ພຽງແຕ່ຊ່ວຍໃຫ້ບັນດານັກສຶກສາຫຼຸດພົ້ນຄວາມຄິດຮອດຄອບຄົວ, ບ້ານເກີດເມືອງນອນໃນຊຸມມື້ບຸນປີໃໝ່ປະຈຳຊາດຈະມາເຖິງເທົ່ານັ້ນ, ຫາກຍັງແມ່ນກາລະໂອກາດເພື່ອໂຄສະນາບຸນເຕັດຫວຽດນາມ, ວັດທະນະທຳຫວຽດນາມ ເຖິງເພື່ອນມິດສາກົນອີກດ້ວຍ.
          ບັນດານັກສຶກສາຫວຽດນາມ ໄດ້ສະແດງບັນດາລາຍການສິລະປະທີ່ເຂັ້ມຂົ້ນໄປດ້ວຍສີສັນຫວຽດນາມ ແລະ ກຳປູເຈຍ, ໄດ້ສ້າງຄວາມປະທັບໃຈທີ່ດີງາມໃຫ້ບັນດາຜູ້ເຂົ້າຮ່ວມ, ພິເສດແມ່ນບັນດາຜູ້ເຂົ້າຮ່ວມເປັນຊາວຕ່າງປະເທດ.
 (ແຫຼ່ງຄັດຈາກ VOV)


top