ພາບຊີວິດ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

 

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

 

ໃນຍາມຄ້ອຍຄໍ່າ, ຄວາມມືດຄ່ອຍໆ ປົກຄຸມລົງສູ່ ພູຜາປ່າໄມ້ ແລະ ສາຍຫ້ວຍ ຢາ ຊີເອ ໃນລະດູແລ້ງ. ແນມແຕ່ໄກ ປະກົດ ມີຄົນໆ ໜຶ່ງ ກຳລັງກົ້ມໆ ເງີຍໆ ລຸຍຫ້ວຍໃນສາຍນໍ້າຕື້ນ. ມາໃກ້ໆ ຈິ່ງຮູ້ວ່າ ແມ່ນທ່ານ ອາຮີວນ, ຜູ້ກຳລັງໄປຊອກຫາກ້ອນຫີນ ເພື່ອປະດິດສ້າງ ລະນາດຫີນ ຊຸດໃໝ່. 

ເຫັນມີຄົນມາ, ອາຮີວນ ເງີຍໜ້າຂຶ້ນຍິ້ມ ແລະ ກ່າວວ່າ: “ການແກະສະຫຼັກຫີນແມ່ນງ່າຍ, ແຕ່ການຊອກຫາຫີນ ທີ່ເໝາະສົມແມ່ນຍາກຫຼາຍ. ແຕ່ນັ້ນຈົນເຖິງປັດຈຸບັນ ຂ້າພະເຈົ້າ ພຽງແຕ່ຊອກຫີນ ໄດ້ພຽງກ້ອນນີ້ເທົ່ານັ້ນ”. ອາຮີວນ ທັງເວົ້າ ທັງຍົກກ້ອນຫີນ ສີເທົ່າ ທີ່ຫຍາບໆ ເບິ່ງຄ້າຍຄື ຫົວຂວານ ແຕ່ສະໄໝດຶກດຳບັນ ຢູ່ຕໍ່ໜ້າຂ້າພະເຈົ້າ. ເພິ່ນເອົາຄ້ອນຕີນ້ອຍ ເຄາະໃສ່ກ້ອນຫີນຄ່ອຍໆ ແລະ ເຫັນວ່າ ມັນເປັນສຽງທີ່ຫວານຊື່ນ ເໝືອນດັ່ງມີໃຜກຳລັງ ກົດຄີ ປີອາໂນ.

 

ອາຮີວນ ແກະສະຫຼັກກ້ອນຫີນ ເພື່ອປັບສຽງ ຂອງ ລະນາດຫີນ.  ພາບ: ແທງຮ່ວາ/VNP
ລະນາດຫີນ ຢູ່ ໄຕງວຽນ ແມ່ນເຄື່ອງດົນຕີປະເພດເຄາະ ທີ່ເກົ່າແກ່ທີ່ສຸດຂອງ ຫວຽດນາມ ແລະ ເປັນເຄື່ອງດົນຕີບູຮານທີ່ງ່າຍທີສຸດ ຂອງມະນຸດ. ເຄື່ອງດົນຕີນີ້​ແມ່ນ​ເຮັດ​ຈາກກ້ອນ​ຫີນ​ ດ້ວຍ​ຫຼາຍຂະ​ໜາດ ຍາວ, ສັ້ນ, ໜາ, ບາງ ທີ່​ແຕກ​ຕ່າງ​ກັນ​. ຫີນກ້ອນຍາວ, ໃຫຍ່, ໜາມີລະດັບສຽງທຸ້ມ, ໃນຂະນະທ່ີ ຫີນກ້ອນສັ້ນ, ນ້ອຍ, ບາງ ຈະມີລະດັບສຽງໃສ ຊັດເຈນ. ຄົນບູຮານ ມີຄວາມເຊື່ອວ່າ ສຽງຂອງລະນາດຫີນ ເປັນວິທີການເຊື່ອມຕໍ່ ລະຫວ່າງ ນາຮົກ ກັບ ໂລກມະນຸດ, ລະຫວ່າງຄົນ ກັບ ເທວະດາ , ລະຫວ່າງ ອະດີດ ແລະ ປັດຈຸບັນ. ໃນປີ 2005, UNESCO ໄດ້ຈັດ ລະນາດຫີນ ເຂົ້າໃນບັນ ຊີລາຍຊື່ ປະເພດ ເຄື່ອງດົນຕີໃນ “ຊ່ວງເວລາວັດທະນະທໍາ ຄ້ອງ ໄຕງວຽນ”.

ຢືນຢູ່ກາງສາຍນ້ຳຕື້ນ, ອາຮີວນ ໄດ້ວາງກ້ອນຫີນ ມີຫຼາຍຂະ    ໜາດ ໃຫຍ່, ນ້ອຍ, ຍາວ, ສັ້ນ ທີ່ແຕກຕ່າງກັນ ເປັນແຖວ ຢ່າງລະມັດລະວັງ ແລະ ຈັດວາງຕື່ມກ້ອນຫີນ ອີກກ້ອນໜຶ່ງ ທີ່ຫາກໍເກັບມາໃໝ່ ເພື່ອເປັນຊຸດ. ອາຮີວນ ເບິ່ງ ແລະ ເຄາະໃສ່ຫີນແຕ່ລະກ້ອນຢ່າງຄ່ອຍໆ. ມືຂອງທ່ານ ເຄາະເປັນ ຈັງຫວະ ໄວຂຶ້ນ, ແລະ ໜ້າແປກ ແຖວກ້ອນຫີນ ທີ່ຫຍາບໆ ທັນທີທັນໃດ ໄດ້ປ່ອຍສຽງດັງ ທີ່ເຕັມໄປດ້ວຍ ຄວາມອ່ອນຊ້ອຍ ຄືກັບສຽງຄ້ອງ ທີ່ດັງກ້ອງມາແຕ່ໄກ ໄປສູ່ຮ່ອມພູເຂົາ.

ອາຮີວນ ເກີດປີ 1982, ເປັນຊາວເຜົ່າ ຢາຣາຍ, ອາໄສຢູ່ໝູ່ບ້ານ ໂຈດ, ເທດສະບານ ຊາໄຖ່, ເມືອງ ຊາໄຖ່, ແຂວງ ກອນຕູມ. ປີ 2015, ໃນລະຫວ່າງພິຈາລະນາໃຫ້ນາມມະຍົດ ນັກສິລະປິນດີ ເດັ່ນ ໃນຂົງເຂດ ມໍລະດົກວັດທະນະທຳ ທີ່ເປັນນາມມະທຳ ຄັ້ງທຳອິດ, ອາຮີວນ ໄດ້ຮັບກຽດ ໄດ້ຮັບນາມມະຍົດ ນັກສິລະປິນ ດີເດັ່ນ ຈາກ ທ່ານປະທານປະເທດ ເຈືອງເຕິນຊາງ ໃນໄວພຽງ 33 ປີ ຍ້ອນມີການປະກອບສ່ວນ ທີ່ດີເລີດ ໃນການປົກປັກຮັກສາ ແລະ ເສີມຂະຫຍາຍ ມໍລະດົກວັດທະນະທຳ ຂອງຊາດ. 

 

ອາຮີວນ ຕ້ອງໃຊ້ເວລາ ແລະ ຄວາມພະຍາຍາມ ຢ່າງຍິ່ງ ໃນການເດີນທາງໄປຕາມລໍາຫ້ວຍ ເພື່ອຊອກຫາກ້ອນຫີນ ທີ່ເໝາະ ກັບການເຮັດລະນາດຫີນ. ພາບ: ແທງຮ່ວາ/VNP

ຢູ່ແຂວງ ກອນຕູມ ເວົ້າສະເພາະ ແລະ ເຂດ ໄຕງວຽນເວົ້າລວມ, ເພິ່ນໄດ້ມີໜ້າຢູ່ເກືອບທຸກງານບຸນໃຫຍ່. ເຖິງວ່າອາຍຸ ຍັງໜຸ່ມ, ແຕ່ ອາຮີວນ ໄດ້ເປັນນັກສິລະປິນ ທີ່ມີຊື່ສຽງທົ່ວທຸກເຂດ, ດັ່ງນັ້ນຈິ່ງໄດ້ຮັບເຊີນ ຈາກຫຼາຍບ່ອນ ເພື່ອມາສະແດງເຄື່ອງດົນຕີພື້ນເມືອງ. ນອກຈາກການສະແດງ ຄ້ອງແລ້ວ, ອາຮີວນ ຍັງສາ ມາດເຮັດ, ປັບປຸງ ແລະ ນຳໃຊ້ ເຄື່ອງດົນຕີພື້ນເມືອງເກືອບທຸກຊະນິດ ຂອງຊາວ ຢາຣາຍ ຢ່າງຊຳນິຊຳນານ.

ອາຮີວນ ກ່າວດ້ວຍຮອຍຍິ້ມວ່າ: “ເຄື່ອງດົນຕີເກືອບທັງໝົດ ຂອງຊາວເຜົ່າ ຢາຣາຍເຊັ່ນ: ລະນາດຫີນ, ເຕີີຣຶງ, ຕີງນິງ, ກະນີ ຂ້າພະເຈົ້າ ສາມາດເຮັດ ແລະ ຫຼິ້ນໄດ້, ພຽງແຕ່ຫຍຸ້ງຢູ່ກັບວຽກ ບໍ່ໄດ້ຝຶກຊ້ອມ, ເວລາຫຼິ້ນ ອາດຈະລືມເລັກໜ້ອຍ, ແຕ່ຫຼັງຈາກຝຶກຊ້ອມໄລຍະໜຶ່ງ, ຂ້າພະເຈົ້າຈະຫຼິ້ນໄດ້ທັນທີ”.

ນອກຈາກມີພອນສະຫວັນພິເສດ ໃນການສະແດງຄ້ອງ, ເຮັດ ແລະ ຫຼິ້ນພິນ ເຕີຣຶງ ຢ່າງຄ່ອງແຄ້ວແລ້ວ, ອາຮີວນ ຍັງມີຊື່່ສຽງ ເນື່ອງຈາກວ່າເປັນຄົນດຽວ ຢູ່ແຂວງ ກອນຕູມ ສາມາດເຮັດ ແລະ ຫຼິ້ນລະນາດຫີນ, ຊຶ່ງແມ່ນເຄື່ອງດົນຕີ ທີ່ແປກປະຫຼາດ ຂອງຊາວ ໄຕງວຽນ ທັງເປັນເຄື່ອງດົນຕີ ທີ່ເກົ່າແກ່ທີສຸດ ຂອງ ມວນມະນຸດ.

 

ນັກສິລະປິນດີເດັ່ນ ອາຮີວນ ມີຄວາມສາມາດຫຼິ້ນ ພິນ ເຕີຣຶງ ຢ່າງຄ່ອງແຄ້ວ. ພາບ: ແທງຮ່ວາ/VNP

ການທີ່ ອາຮີວນ ຮູ້ເຮັດ ແລະ ຫຼິ້ນລະນາດຫີນ ກໍແມ່ນເລື່ອງບັງ ເອີນ. ເມື່ອສິບກວ່າປີກ່ອນ, ໃນຂະນະທີ່ຂ້າມຫ້ວຍ ໄດ້ພົບເຫັນ ບັນດາກ້ອນຫີນ ທີ່ມີຮູບຊົງແປກປະຫຼາດ, ອາຮີວນ ຄິດວ່າ ມັນໜ້າສົນໃຈ ຈິ່ງໄດ້ເກັບເອົາມາ, ຫຼັງຈາກນັ້ນ ເມື່ອລອງເຄາະໃສ່ ຫີນ ຈະມີສຽງແປກໆ ດັງອອກມາ ຄ້າຍຄືກັບ ສຽງຄ້ອງ. ດ້ວຍຄວາມຮັກມັກ ສຽງດົນຕີ ທີ່ມີພ້ອມຢູ່ແລ້ວ ແລະ ທັງມີຄວາມສາມາດໃນການຕີຄ້ອງ, ອາຮີວນ ໄດ້ທຳການຄົ້ນຄວ້າ ແກະສະຫຼັກ ແລະ ນຳໃຊ້ເຕັກນິກ ການປັບສຽງຄ້ອງ ເພື່ອປັບສຽງໃຫ້ຊຸດເຄື່ອງດົນຕີ ລະນາດຫີນ. ຄ່ອຍໆ, ເພິ່ນກໍສາມາດເຮັດສຳເລັດ ລະນາດຫີນ ຊຸດທໍາອິດຂອງຕົນ.


ນັກສິລະປິນດີເດັ່ນ ອາຮີວນ ມີພອນສະຫວັນພິເສດ ໃນການ ປະ ດິດສ້າງ ແລະ ດັດປ່ຽນ ພິນ ເຕີຣຶງ. ພາບ: ແທງຮ່ວາ/VNP

ນັບແຕ່ນັ້ນມາ, ອາຮີວນ ໄດ້ເຮັດ ລະນາດຫີນ ອີກຫຼາຍຊຸດ ທີ່ແຕກຕ່າງກັນ. ລະນາດຫີນ ຂອງ ອາຮີວນ ບໍ່ພຽງແຕ່ ໄດ້ເພິ່ນນຳ ໄປ ແຂ່ງຂັນ ແລະ ສະແດງຢູ່ທົ່ວທຸກແຫ່ງເທົ່ານັ້ນ, ຫາກຍັງດຶງດູດ ຄວາມສົນໃຈ ຂອງບັນດາຜູ້ຊ່ຽວຊານດົນຕີ ຢູ່ສະຖາບັນດົນຕີ ແລະ ສະຖາບັນສິລະປະ ວັດທະນະທຳ ແຫ່ງຊາດ ຫວຽດນາມ ທີ່ມາສຳຫຼວດ ແລະ ຄົ້ນຄວ້າ.

 

ນັກສິລະປິນດີເດັ່ນ ອາຮີວນ ມີຄວາມຕື່ນເຕັ້ນ ເມື່ອເວົ້າເຖິງ ສິ່ງທີ່ ເປັນເອກະລັກສະເພາະ ຂອງ ພິນ ເຕີຣຶງ. ພາບ: ແທງຮ່ວາ/VNP

ອາຮີວນ ມີຄວາມອ່ອນໂຍນ ຄືກັບ ມັນດ້າງ, ມັນຕົ້ນ. ລາວບໍ່ຄ່ອຍເວົ້າ, ມີແຕ່ຍິ້ມເລື້ອຍໆ, ຮອຍຍິ້ມເທິງໃບໜ້າທີ່ສົດໃສ ແລະ ແຫ້ມແດດ ດ້ວຍລັກສະນະ ຂອງ ຜູ້ຊາຍເຜົ່າ ຢາຣາຍ ຢູ່ເຂດດິນ ໄຕງວຽນ ທີ່ເຕັມໄປດ້ວຍແສງແດດ ແລະ ສາຍລົມ. ຫົວໃຈຂອງ ອາຮີວນ ຍາມໃດກໍ່ປ່ຽມລົ້ນໄປດ້ວຍໄຟແຫ່ງຄວາມຫຼົງໄຫຼ, ໄຟນີ້ບໍ່ພຽງແຕ່ຊ່ວຍໃຫ້ ລາວໄດ້ສົມປະສົງຄວາມຮັກ ຕໍ່ດົນຕີ ເທົ່ານັ້ນ, ແຕ່ຍັງສ້າງຄວາມຫວັງ ໄດ້ອະນຸລັກຮັກສາ, ປະກອບສ່ວນ ແລະ ເຜີຍແຜ່ ຄວາມສວຍງາມ ຂອງ ມໍລະດົກ ດົນຕີມູນເຊື້ອ ຂອງ ບ້ານເກີດເມືອງນອນ. ດ້ວຍເຫດນັ້ນ, ນອກຈາກການປະດິດສ້າງ, ສະແດງເຄື່ອງດົນຕີຊະນິດຕ່າງໆ ແລ້ວ, ອາຮີວນ ຍັງມີຄວາມ ຫ້າວຫັນຫຼາຍ ໃນການສິດສອນໃຫ້ຊາວໜຸ່ມໃນໝູ່ບ້ານ ແລະ  ຍາມໃດກໍ່ພ້ອມແລ້ວທີ່ຈະແນະນຳ ໃຫ້ຜູ້ຮັກມັກ ແລະ ມີຄວາມຫວັງຢາກຄົ້ນພົບ ສິລະປະດົນຕີ ຂອງ ຊາວເຜົ່າ ຢາຣາຍ ອີກດ້ວຍ.

  • ບົດ ແລະ ພາບ: ແທງຮ່ວາ - ແປໂດຍ: ບິກລຽນ

top